2 ແລະ ພີ່ນ້ອງທຸກຄົນທີ່ຢູ່ກັບເຮົາ, ເຖິງຄຣິສຕະຈັກຕ່າງໆໃນແຂວງຄາລາເຕຍ:
2 ກັບບັນດາພີ່ນ້ອງທີ່ຢູ່ນຳເຮົາ ເຖິງຄຣິສຕະຈັກທັງຫລາຍຢູ່ໃນແຄ້ວນຄາລາເຕຍ:
ພວກເພິ່ນໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ, ໜູນໃຈຄຣິສຕະຈັກຕ່າງໆໃຫ້ເຂັ້ມແຂງຂຶ້ນ.
ຫລັງຈາກພັກຢູ່ທີ່ເມືອງອັນຕີໂອເຂຍໄດ້ຊົ່ວໄລຍະໜຶ່ງແລ້ວ, ໂປໂລກໍເດີນທາງໄປຈາກທີ່ນັ້ນ ແລະ ໄປຍັງບ່ອນຕ່າງໆທົ່ວແຂວງຄາລາເຕຍ ແລະ ຟີເຄຍ, ເພື່ອໜູນໃຈສາວົກທັງຫລາຍໃຫ້ເຂັ້ມແຂງຂຶ້ນ.
ຫລັງຈາກນັ້ນ ຄຣິສຕະຈັກທົ່ວແຂວງຢູດາຍ, ຄາລີເລ ແລະ ຊາມາເຣຍຈຶ່ງຊື່ນຊົມຍິນດີໃນເວລາແຫ່ງຄວາມສະຫງົບສຸກ ແລະ ເຂັ້ມແຂງຂຶ້ນ. ຄຣິສຕະຈັກໄດ້ເພີ່ມຈຳນວນຫລາຍຂຶ້ນ. ດຳເນີນຊີວິດຢູ່ໃນຄວາມຢຳເກງອົງພຣະຜູ້ເປັນເຈົ້າ ແລະ ໄດ້ຮັບກຳລັງໃຈຈາກພຣະວິນຍານບໍລິສຸດເຈົ້າ, ຈຳນວນຜູ້ທີ່ເຊື່ອຈຶ່ງເພີ່ມຂຶ້ນ.
ບັດນີ້ ກ່ຽວກັບການແຜ່ຊັບເພື່ອບັນດາຄົນຂອງອົງພຣະຜູ້ເປັນເຈົ້ານັ້ນ ຂໍໃຫ້ປະຕິບັດຕາມທີ່ເຮົາໄດ້ບອກໃຫ້ຄຣິສຕະຈັກຕ່າງໆໃນຄາລາເຕຍປະຕິບັດນັ້ນ.
ຊາວຄາລາເຕຍຜູ້ໂງ່ຈ້າເອີຍ! ຜູ້ໃດໃສ່ຄາຖາພວກເຈົ້າ? ພາບທີ່ພຣະເຢຊູຄຣິດເຈົ້າຖືກຄຶງເທິງໄມ້ກາງແຂນກໍຊັດເຈນຢູ່ຕໍ່ໜ້າຕໍ່ຕາຂອງພວກເຈົ້າແລ້ວ.
ແຕ່ພວກເຈົ້າຮູ້ແລ້ວວ່າຕີໂມທຽວໄດ້ພິສູດຕົນເອງແລ້ວ, ເພາະເພິ່ນໄດ້ຮ່ວມຮັບໃຊ້ກັບເຮົາໃນການປະກາດຂ່າວປະເສີດເໝືອນດັ່ງລູກກັບພໍ່.
ເຮົາຂໍຝາກຄວາມຄິດເຖິງມາຍັງຄົນຂອງພຣະເຈົ້າທຸກຄົນ ໃນພຣະເຢຊູຄຣິດເຈົ້າ. ບັນດາພີ່ນ້ອງທັງຫລາຍຜູ້ທີ່ຢູ່ກັບເຮົາກໍສົ່ງຄວາມຄິດເຖິງມາຍັງພວກເຈົ້າດ້ວຍ.