Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ເຮົາ​ບໍ່​ໄດ້​ເຫັນ​ອັກຄະສາວົກ​ຄົນ​ອື່ນ​ເລີຍ ນອກຈາກ​ຢາໂກໂບ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ເຮົາ​ບໍ່ໄດ້​ພົບ​ກັບ​ອັກຄະສາວົກ​ຄົນອື່ນ​ເລີຍ ນອກຈາກ​ຢາໂກໂບ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:19
12 Jak'a apnaqawi uñst'ayäwi  

ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,


ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ກັບ​ປະຊາຊົນ​ຢູ່​ນັ້ນ, ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຢືນ​ຢູ່​ຂ້າງນອກ ເພື່ອ​ຕ້ອງການ​ຈະ​ເວົ້າ​ກັບ​ພຣະອົງ.


ລາວ​ບໍ່​ແມ່ນ​ລູກຊາຍ​ຂອງ​ຊ່າງໄມ້​ນັ້ນ​ບໍ? ແມ່​ຂອງ​ລາວ​ຊື່​ວ່າ​ມາຣີ ແລະ ນ້ອງຊາຍ​ຂອງ​ລາວ​ແມ່ນ​ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ບໍ່​ແມ່ນ​ບໍ?


ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ


ລາວ​ເປັນ​ຊ່າງໄມ້​ບໍ່​ແມ່ນ​ບໍ? ລາວ​ເປັນ​ລູກຊາຍ​ຂອງ​ນາງ​ມາຣີ ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ບໍ່​ແມ່ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ກັບ​ພວກເຮົາ​ບໍ່​ແມ່ນ​ບໍ?” ແລ້ວ​ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ.


ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້​ທີ່​ເອີ້ນ​ວ່າ​ພັກຊາດນິຍົມ,


ມີ​ບາງຄົນ​ໄດ້​ບອກ​ພຣະອົງ​ວ່າ, “ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ທ່ານ​ຢືນ​ຢູ່​ທາງນອກ​ຕ້ອງການ​ພົບ​ທ່ານ”.


ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.


ແຕ່​ເປໂຕ​ໂບກ​ມື​ໃຫ້​ພວກເຂົາ​ມິດ ແລ້ວ​ເລົ່າ​ເຖິງ​ເລື່ອງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ​ໄດ້​ຢ່າງໃດ. ເພິ່ນ​ເວົ້າ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ແກ່​ຢາໂກໂບ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ”. ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ບ່ອນ​ອື່ນ.


ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຜູ້ທີ່ເຊື່ອ​ເດີນທາງ​ໄປມາ​ດ້ວຍ​ກັນ​ເໝືອນ​ດັ່ງ​ອັກຄະສາວົກ​ຄົນ​ອື່ນໆ ແລະ ເໝືອນດັ່ງ​ບັນດາ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເກຟາ​ເຮັດ​ບໍ?


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka