Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ເຮົາ​ບໍ່​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ກັບ​ບັນດາ​ຄົນ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ, ແຕ່​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ປະເທດ​ອາຣາເບຍ. ຫລັງຈາກ​ນັ້ນ​ເຮົາ​ຈຶ່ງ​ໄດ້​ກັບຄືນ​ມາ​ເມືອງ​ດາມັສກັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແມ່ນແຕ່​ພວກ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ ເຮົາ​ກໍ​ຍັງ​ບໍ່ໄດ້​ໄປ​ຫາ ແຕ່​ເຮົາ​ໄດ້​ໄປ​ເຖິງ​ອາຣາເບຍ​ໃນ​ທັນທີ ແລ້ວ​ຈຶ່ງ​ກັບຄືນ​ມາ​ເມືອງ​ດາມັສກັດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:17
7 Jak'a apnaqawi uñst'ayäwi  

ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!” ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.


ແລະ ຫລັງຈາກ​ກິນ​ອາຫານ​ແລ້ວ, ເພິ່ນ​ກໍ​ມີ​ແຮງ​ຂຶ້ນ. ໂຊໂລ​ໄດ້​ພັກ​ຢູ່​ກັບ​ພວກສາວົກ​ໃນ​ເມືອງ​ດາມັສກັດ​ເປັນ​ເວລາ​ຫລາຍ​ວັນ.


ແລະ ຂໍ​ໜັງສື​ແນະນຳ​ໂຕ​ໄປ​ຍັງ​ທຳມະສາລາ​ຕ່າງໆ​ໃນ​ເມືອງ​ດາມັສກັດ, ເພື່ອ​ວ່າ​ຖ້າ​ລາວ​ພົບ​ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອຖື “ທາງນັ້ນ” ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ລາວ​ກໍ​ຈະ​ຈັບ​ພວກເຂົາ​ເປັນ​ນັກໂທດ​ແລ້ວ​ນຳ​ໄປ​ເຢຣູຊາເລັມ.


ໂຊໂລ​ໄດ້​ລຸກຂຶ້ນ​ຈາກ​ພື້ນດິນ, ແຕ່​ພໍ​ເມື່ອ​ລາວ​ມືນ​ຕາ​ຂຶ້ນ​ກໍ​ເບິ່ງ​ບໍ່​ເຫັນ​ສິ່ງໃດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈູງ​ມື​ໂຊໂລ​ເຂົ້າ​ໄປ​ເມືອງ​ດາມັສກັດ.


ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka