Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ທີ່​ຈະ​ໂຜດ​ສຳແດງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ປາກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ນັ້ນ ໃນ​ທ່າມກາງ​ພວກ​ຕ່າງຊາດ ເຮົາ​ບໍ່ໄດ້​ປຶກສາ​ກັນ​ກັບ​ມະນຸດ​ຄົນ​ໃດ,

Uka jalj uñjjattʼäta Copia luraña




ຄາລາເຕຍ 1:16
30 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “ຄວາມສຸກ​ມີ​ແກ່​ເຈົ້າ ຊີໂມນ​ລູກຊາຍ​ຂອງ​ໂຢນາ​ເອີຍ, ເພາະວ່າ​ມະນຸດ​ບໍ່​ໄດ້​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.


ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.


“ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’”.


ທຸກໆ​ມື້ ໃນ​ເດີ່ນ​ວິຫານ ແລະ ຕາມ​ເຮືອນ​ຕ່າງໆ, ພວກເພິ່ນ​ບໍ່​ເຄີຍ​ຢຸດ​ສັ່ງສອນ ແລະ ປະກາດ​ຂ່າວປະເສີດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ເຮົາ​ກຳລັງ​ເວົ້າ​ກັບ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ. ເນື່ອງຈາກວ່າ​ເຮົາ​ເປັນ​ອັກຄະສາວົກ​ທີ່​ຖືກ​ໃຊ້​ມາ​ຫາ​ຄົນຕ່າງຊາດ, ເຮົາ​ມີ​ຄວາມພູມໃຈ​ໃນ​ພັນທະກິດ​ຂອງ​ເຮົາ


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ປະກາດ​ແກ່​ພວກເຈົ້າ​ວ່າ ເນື້ອໜັງ ແລະ ເລືອດ​ບໍ່​ສາມາດ​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ​ໄດ້ ແລະ ສິ່ງ​ທີ່​ເປື່ອຍເນົ່າ​ບໍ່​ສາມາດ​ຮັບ​ສິ່ງ​ທີ່​ບໍ່​ເປື່ອຍເນົ່າ​ເປັນ​ມໍລະດົກ​ໄດ້.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ດັ່ງນັ້ນ ຕັ້ງ​ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈະ​ບໍ່​ພິຈາລະນາ​ຜູ້ໃດ​ຕາມ​ຄວາມເຫັນ​ຂອງ​ໂລກ. ເຖິງ​ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຮົາ​ເຄີຍ​ພິຈາລະນາ​ພຣະຄຣິດເຈົ້າ​ຕາມ​ຄວາມເຫັນ​ຂອງ​ໂລກ​ກໍ​ຕາມ ແຕ່​ພວກເຮົາ​ກໍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ອີກ​ຕໍ່ໄປ.


ແລ້ວ​ສິບສີ່​ປີ​ຕໍ່ມາ, ເຮົາ​ກໍ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ອີກ, ຄັ້ງ​ນີ້​ໄປ​ພ້ອມ​ກັບ​ບາຣະນາບາ. ເຮົາ​ໄດ້​ພາ​ຕີໂຕ​ໄປ​ນຳ​ເໝືອນກັນ.


ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.


ໂດຍ​ການ​ພະຍາຍາມ​ຂັດຂວາງ​ພວກເຮົາ​ຈາກ​ການ​ກ່າວ​ແກ່​ຄົນຕ່າງຊາດ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍ​ການ​ກະທຳ​ນີ້ ພວກເຂົາ​ໄດ້​ສະສົມ​ຄວາມບາບ​ຂອງ​ພວກເຂົາ​ຂຶ້ນ​ຕະຫລອດ​ຈົນ​ເຖິງ​ຂີດ​ສູງສຸດ. ໃນ​ທີ່​ສຸດ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ພວກເຂົາ.


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.


ໃນ​ເມື່ອ​ລູກ​ທັງຫລາຍ​ມີ​ເນື້ອໜັງ ແລະ ເລືອດ, ພຣະອົງ​ຈຶ່ງ​ຮ່ວມ​ໃນ​ຄວາມເປັນມະນຸດ​ຂອງ​ພວກເຂົາ ເພື່ອ​ວ່າ​ໂດຍ​ຄວາມຕາຍ​ຂອງ​ພຣະອົງ ພຣະອົງ​ຈະ​ໄດ້​ທຳລາຍ​ຜູ້​ຄຸມ​ອຳນາດ​ແຫ່ງ​ຄວາມຕາຍ​ຄື​ມານຮ້າຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka