Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເມື່ອ​ເຮົາ​ຢູ່ໃນ​ສາສະໜາຢິວ​ເຮົາ​ກ້າວໜ້າ​ກວ່າ​ພີ່ນ້ອງ​ຄົນຢິວ​ຫລາຍ​ຄົນ​ໃນ​ລຸ້ນ​ດຽວ​ກັນ ແລະ ກະຕືລືລົ້ນ​ທີ່ສຸດ​ຕໍ່​ປະເພນີ​ຂອງ​ບັນພະບຸລຸດ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເຮົາ​ເປັນ​ຜູ້​ກ້າວໜ້າ​ເກີນ​ກວ່າ​ເພື່ອນ​ຮ່ວມ​ຊາດ​ຊາວ​ຢິວ ທີ່​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວກັນ ແລະ​ເຮົາ​ກໍ​ກະຕື​ລືລົ້ນ​ຫລາຍກວ່າ​ພວກເຂົາ ໃນ​ການ​ປະຕິບັດ​ຕາມ​ສາສະໜາ​ຢິວ ທີ່​ສືບ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:14
15 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ບໍ່​ຕ້ອງ ‘ນັບຖື​ພໍ່ແມ່​ຂອງ​ຕົນ’ ດ້ວຍ​ສິ່ງ​ນັ້ນ. ດ້ວຍເຫດນີ້ ພວກເຈົ້າ​ໄດ້​ລຶບລ້າງ​ພຣະຄຳ​ຂອງ​ພຣະເຈົ້າ​ເພາະ​ເຫັນ​ແກ່​ທຳນຽມ​ຂອງ​ພວກເຈົ້າ.


ເມື່ອ​ພວກເຂົາ​ໄດ້​ຍິນ​ແລ້ວ, ພວກເຂົາ​ກໍ​ສັນລະເສີນ​ພຣະເຈົ້າ. ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ໂປໂລ​ວ່າ: “ອ້າຍ​ເອີຍ, ທ່ານ​ກໍ​ເຫັນ​ຊາວຢິວ​ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ເຊື່ອ ແລະ ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເຄັ່ງຄັດ​ໃນ​ກົດບັນຍັດ.


“ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.


ພວກເຂົາ​ໄດ້​ຮູ້ຈັກ​ຂ້ານ້ອຍ​ມາ​ດົນນານ​ແລ້ວ ແລະ ສາມາດ​ເປັນ​ພະຍານ​ໄດ້​ຖ້າ​ພວກເຂົາ​ເຕັມໃຈ, ວ່າ​ຂ້ານ້ອຍ​ປະຕິບັດ​ຕາມ​ນິກາຍ​ທີ່​ເຄັ່ງຄັດ​ທີ່ສຸດ​ໃນ​ສາສະໜາ​ຂອງ​ພວກຂ້ານ້ອຍ, ຄື​ດຳເນີນຊີວິດ​ໃນ​ຖານ​ະ​ຟາຣີຊາຍ​ຄົນ​ໜຶ່ງ.


“ຂ້ານ້ອຍ​ເອງ​ກໍ​ເຄີຍ​ເຊື່ອ​ວ່າ ຈະ​ຕ້ອງ​ເຮັດ​ທຸກ​ວິທີ​ເທົ່າ​ທີ່​ເປັນໄປໄດ້​ເພື່ອ​ຕໍ່ຕ້ານ​ນາມ​ຂອງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.


ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຍັງ​ບໍ່​ເຫັນ​ພຣະອົງ, ແຕ່​ກໍ​ຮັກ​ພຣະອົງ ແລະ ແມ່ນ​ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ກໍ​ເຊື່ອ​ໃນ​ພຣະອົງ ແລະ ເຕັມ​ດ້ວຍ​ຄວາມຍິນດີ​ອັນ​ຍິ່ງໃຫຍ່​ຈົນ​ບໍ່​ສາມາດ​ຈະ​ບັນລະຍາຍ​ໄດ້,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka