Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເຮົາ​ບໍ່​ໄດ້ຮັບ​ຂ່າວປະເສີດ​ນີ້​ມາ​ຈາກ​ມະນຸດ​ຄົນໃດ ຫລື ເຮົາ​ບໍ່​ໄດ້​ຮັບ​ການສິດສອນ​ຂ່າວປະເສີດ​ນີ້, ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ໂດຍ​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ດ້ວຍວ່າ, ເຮົາ​ບໍ່ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ຈາກ​ມະນຸດ ຫລື​ບໍ່ມີ​ມະນຸດ​ຄົນ​ໃດ​ສອນ​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຊົງ​ສຳແດງ​ແກ່​ເຮົາ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:12
9 Jak'a apnaqawi uñst'ayäwi  

ເພາະວ່າ​ສິ່ງ​ທີ່​ເຮົາ​ສົ່ງຕໍ່​ແກ່​ພວກເຈົ້າ​ນັ້ນ ເຮົາ​ໄດ້​ຮັບ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຄື: ໃນ​ຄືນ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ຖືກ​ທໍລະຍົດ​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່


ແຕ່​ພຣະເຈົ້າ​ໄດ້​ເປີດເຜີຍ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ຂອງ​ພຣະອົງ. ພຣະວິນຍານ​ຢັ່ງຮູ້​ທຸກໆ​ສິ່ງ, ແມ່ນແຕ່​ສິ່ງ​ເລິກ​ຂອງ​ພຣະເຈົ້າ.


ພວກເຈົ້າ​ກຳລັງ​ຕັດສິນ​ຕາມ​ລັກສະນະ​ພາຍນອກ. ຖ້າ​ຜູ້ໃດ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ, ກໍ​ຄວນ​ພິຈາລະນາ​ອີກ​ວ່າ​ພວກເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ກວ່າ​ທີ່​ພວກເຂົາ​ເປັນ​ຢູ່.


ເຮົາ​ຕ້ອງ​ອວດ​ຕໍ່ໄປ. ເຖິງແມ່ນວ່າ​ຈະ​ບໍ່​ເກີດ​ປະໂຫຍດ​ອັນໃດ​ກໍຕາມ, ເຮົາ​ກໍ​ຈະ​ສືບຕໍ່​ເລົ່າ​ນິມິດ ແລະ ການ​ເປີດເຜີຍ​ຕ່າງໆ​ຈາກ​ອົງພຣະຜູ້ເປັນເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ເຊິ່ງ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ມະນຸດ ຫລື ໂດຍ​ມະນຸດ​ຄົນໃດ, ແຕ່​ໂດຍ​ພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າ​ພຣະບິດາ, ຜູ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,


ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.


ເຮົາ​ໄປ​ເພື່ອ​ຕອບສະໜອງ​ຕາມ​ການເປີດເຜີຍ ແລະ ໄດ້​ພົບປະ​ກັບ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ນຳ​ເປັນການສ່ວນຕົວ, ເຮົາ​ໄດ້​ຊີ້ແຈງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ທ່າມກາງ​ຄົນຕ່າງຊາດ​ໃຫ້​ແກ່​ພວກເຂົາ. ເຮົາ​ຕ້ອງການ​ໃຫ້​ແນ່ໃຈ​ວ່າ​ທີ່​ເຮົາ​ກຳລັງ​ແລ່ນ​ແຂ່ງ ຫລື ໄດ້​ແລ່ນ​ແຂ່ງ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ເສຍປະໂຫຍດ.


ຄື​ຂໍ້​ລັບເລິກ​ທີ່​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ເຮົາ​ໂດຍ​ການເປີດເຜີຍ, ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ແລ້ວ​ຢ່າງ​ຫຍໍ້ໆ.


ພວກເຮົາ​ຂໍ​ບອກ​ພວກເຈົ້າ​ຕາມ​ຖ້ອຍຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ, ຜູ້​ທີ່​ຍັງ​ຫລືອ​ຢູ່​ຈົນ​ເຖິງ​ການ​ກັບ​ມາ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຈະ​ບໍ່​ລ່ວງໜ້າ​ໄປ​ກ່ອນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ຢ່າງ​ແນ່ນອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka