Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ, ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ນັ້ນ​ແມ່ນ​ບໍ່​ໄດ້​ມາ​ຈາກ​ມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ບອກ​ໃຫ້​ພວກເຈົ້າ​ຮູ້​ວ່າ ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ບໍ່ແມ່ນ​ຂອງ​ມະນຸດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:11
9 Jak'a apnaqawi uñst'ayäwi  

ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ເພາະວ່າ​ສິ່ງ​ທີ່​ເຮົາ​ສົ່ງຕໍ່​ແກ່​ພວກເຈົ້າ​ນັ້ນ ເຮົາ​ໄດ້​ຮັບ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຄື: ໃນ​ຄືນ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ຖືກ​ທໍລະຍົດ​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່


ເພາະ​ໃນ​ເມື່ອ​ຜູ້​ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”, ແລະ ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”, ພວກເຈົ້າ​ກໍ​ເປັນພຽງ​ມະນຸດ​ທຳມະດາ​ບໍ່ແມ່ນ​ບໍ?


ເຮົາ​ເວົ້າ​ຢ່າງ​ນີ້​ຕາມ​ມະນຸດ​ຜູ້​ມີ​ອຳນາດ​ເທົ່ານັ້ນ​ບໍ? ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ຢ່າງດຽວກັນ​ບໍ?


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ເຊິ່ງ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ມະນຸດ ຫລື ໂດຍ​ມະນຸດ​ຄົນໃດ, ແຕ່​ໂດຍ​ພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າ​ພຣະບິດາ, ຜູ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,


ເຮົາ​ປະຫລາດໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ພຣະອົງ ຜູ້​ເອີ້ນ​ພວກເຈົ້າ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະຄຣິດເຈົ້າ​ໄປ​ຢ່າງ​ໄວວາ ແລະ ຫັນ​ໄປ​ຫາ​ຂ່າວປະເສີດ​ທີ່​ແຕກຕ່າງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka