Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ບັດນີ້ ເຮົາ​ພະຍາຍາມ​ເອົາ​ໃຈ​ມະນຸດ​ຊັ້ນບໍ? ບໍ່ ເຮົາ​ຢາກ​ໃຫ້​ພຣະເຈົ້າ​ພໍໃຈ​ຕ່າງຫາກ ເຮົາ​ພະຍາຍາມ​ເຮັດ​ໃຫ້​ຖືກ​ໃຈ​ມະນຸດ​ຊັ້ນບໍ? ຖ້າ​ເຮົາ​ເຮັດ​ເຊັ່ນນີ້ ເຮົາ​ກໍ​ບໍ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:10
20 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


ຖ້າ​ເລື່ອງ​ນີ້​ຮູ້​ໄປ​ເຖິງ​ຜູ້ປົກຄອງ ພວກເຮົາ​ຈະ​ເວົ້າ​ແກ້ໂຕ​ກັບ​ເພິ່ນ ແລະ ປ້ອງກັນ​ພວກເຈົ້າ​ບໍ່​ໃຫ້​ມີ​ບັນຫາ”.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


ເຮໂຣດ​ເຄີຍ​ມີ​ເລື່ອງ​ບາດໝາງ​ກັບ​ປະຊາຊົນ​ຊາວ​ຕີເຣ ແລະ ຊາວຊີໂດນ, ບັດນີ້​ພວກເຂົາ​ໄດ້​ມາ​ຮ່ວມ​ກັນ ແລະ ພະຍາຍາມ​ເພື່ອ​ໃຫ້​ໄດ້​ພົບ​ກັບ​ເພິ່ນ. ໂດຍ​ການ​ສະໜັບສະໜູນ​ຂອງ​ບຣາຊະໂຕ, ຜູ້ຮັບໃຊ້​ສ່ວນ​ຕົວ​ທີ່​ເຊື່ອຖືໄດ້​ຂອງ​ກະສັດ, ພວກເຂົາ​ມາ​ຂໍ​ຄືນ​ດີ​ເພາະ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ດິນແດນ​ຂອງ​ກະສັດ.


ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ຕອບ​ວ່າ: “ພວກຂ້ານ້ອຍ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍ​ກວ່າ​ເຊື່ອຟັງ​ມະນຸດ!


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ແຕ່​ຄົນຢິວ​ແທ້​ຄື​ຄົນ​ທີ່​ເປັນ​ຢິວ​ພາຍໃນ ແລະ ການ​ຮັບພິທີຕັດ​ແທ້​ນັ້ນ​ຄື ການ​ຮັບພິທີຕັດ​ທາງ​ຈິດໃຈ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ບໍ່​ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ ຄົນ​ຢ່າງນັ້ນ​ຮັບ​ຄຳສັນລະເສີນ​ຈາກ​ພຣະເຈົ້າ​ບໍ່​ແມ່ນ​ຈາກ​ມະນຸດ.


ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ພວກເຈົ້າ​ຄິດ​ມາ​ຕະຫລອດ​ວ່າ​ພວກເຮົາ​ກຳລັງ​ປົກປ້ອງ​ພວກເຮົາ​ເອງ​ຕໍ່​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ເວົ້າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢ່າງ​ຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ, ເພື່ອນ​ທີ່​ຮັກ, ທຸກສິ່ງ​ທີ່​ພວກເຮົາ​ເຮັດ​ກໍ​ເຮັດ​ເພື່ອ​ເສີມກຳລັງ​ຂອງ​ພວກເຈົ້າ.


ບໍ່​ພຽງແຕ່​ເຊື່ອຟັງ​ນາຍ​ເມື່ອ​ຢູ່​ຕໍ່ໜ້າ​ເພື່ອ​ໃຫ້​ພວກເພິ່ນ​ພໍໃຈ​ເທົ່ານັ້ນ, ແຕ່​ໃຫ້​ເປັນ​ເໝືອນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ ຄື​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຈາກ​ໃຈ​ຂອງ​ພວກເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ຝ່າຍ​ຂ້າທາດ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກ​ຂອງ​ຕົນ​ໃນ​ທຸກສິ່ງ ແລະ ຈົ່ງ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ພຽງແຕ່​ຢູ່​ຕໍ່ໜ້າ ຫລື ເຮັດ​ເພື່ອ​ເອົາ​ໃຈ​ເທົ່ານັ້ນ ແຕ່​ເຮັດ​ດ້ວຍ​ຄວາມຈິງໃຈ ແລະ ດ້ວຍ​ຄວາມຢຳເກງ​ອົງພຣະຜູ້ເປັນເຈົ້າ.


ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.


ພວກເຈົ້າ​ຄົນ​ຫລິ້ນຊູ້, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ


ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka