Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ເຊິ່ງ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ມະນຸດ ຫລື ໂດຍ​ມະນຸດ​ຄົນໃດ, ແຕ່​ໂດຍ​ພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າ​ພຣະບິດາ, ຜູ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ໂປໂລ​ຜູ້​ເປັນ​ອັກຄະສາວົກ (ບໍ່ແມ່ນ​ມະນຸດ​ແຕ່ງຕັ້ງ ຫລື​ມະນຸດ​ເປັນ​ຕົວແທນ​ແຕ່ງຕັ້ງ ແຕ່​ວ່າ​ພຣະເຢຊູ​ຄຣິດເຈົ້າ ແລະ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ​ໄດ້​ຊົງ​ແຕ່ງຕັ້ງ)

Uka jalj uñjjattʼäta Copia luraña




ຄາລາເຕຍ 1:1
35 Jak'a apnaqawi uñst'ayäwi  

ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.


ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພຣະບຸດ​ຈະ​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້, ພຣະອົງ​ສາມາດ​ກະທຳ​ໄດ້​ແຕ່​ພຽງ​ສິ່ງ​ທີ່​ເຫັນ​ພຣະບິດາເຈົ້າ​ຂອງ​ພຣະອົງ​ກະທຳ ເພາະ​ພຣະບິດາຈົ້າ​ກະທຳ​ສິ່ງ​ໃດ ພຣະບຸດ​ກໍ​ກະທຳ​ສິ່ງ​ນັ້ນ​ເໝືອນກັນ.


“ຂ້າພະເຈົ້າ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວໃດ?’ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ, ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຖິງ​ສິ່ງ​ທັງໝົດ​ທີ່​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ’.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ບັດນີ້ “ຈົ່ງ​ລຸກຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ, ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ຢ່າງໃດ”.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ຖ້າ​ເຈົ້າ​ຍອມຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອ​ໃນ​ໃຈ​ຂອງ​ເຈົ້າ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ.


ເພາະ​ເຫດ​ນີ້​ແຫລະ, ພຣະຄຣິດເຈົ້າ​ໄດ້​ຕາຍ ແລະ ໄດ້​ຄືນມາ​ສູ່​ຊີວິດ ກໍ​ເພື່ອ​ພຣະອົງ​ຈະ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທັງ​ຄົນຕາຍ ແລະ ຄົນເປັນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງ​ຂອງ​ພວກເຮົາ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:


ແຕ່​ເມື່ອ​ພຣະເຈົ້າ ຜູ້​ແຍກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ ເອີ້ນ​ເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ, ພຣະອົງ​ພໍໃຈ


ເຮົາ​ບໍ່​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ກັບ​ບັນດາ​ຄົນ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ, ແຕ່​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ປະເທດ​ອາຣາເບຍ. ຫລັງຈາກ​ນັ້ນ​ເຮົາ​ຈຶ່ງ​ໄດ້​ກັບຄືນ​ມາ​ເມືອງ​ດາມັສກັດ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຕາມ​ສັນຍາ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ,


ແລະ ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍ​ໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ຜ່ານທາງ​ການ​ປະກາດ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka