Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ເຮັດ​ດີ, ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຂ້າທາດ ຫລື ເປັນ​ອິດສະຫລະ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຈົ່ງ​ຈົດຈຳ​ໄວ້​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ສຳລັບ​ຄວາມດີ​ທີ່​ເຂົາ​ເຮັດ ບໍ່​ວ່າ​ຈະ​ເປັນ​ຄົນ​ຮັບໃຊ້ ຫລື​ບໍ່​ເປັນ​ກໍຕາມ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:8
20 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


“ພວກເຂົາ​ຕອບ​ວ່າ, ‘ເພາະ​ບໍ່​ມີ​ຜູ້ໃດ​ຈ້າງ​ພວກເຮົາ’. “ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ຢູ່​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ’.


ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ເຮັດ​ດີ​ຕໍ່ໜ້າ​ຄົນ​ອື່ນ​ເພື່ອ​ໃຫ້​ພວກເຂົາ​ເບິ່ງ​ເຫັນ, ເພາະ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ, ພວກເຈົ້າ​ຈະ​ບໍ່​ໄດ້​ຮັບ​ບຳເໜັດ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ໃນ​ສະຫວັນ.


ເພື່ອ​ວ່າ​ການ​ຊ່ວຍເຫລືອ​ຂອງ​ພວກເຈົ້າ​ຈະ​ເປັນ​ຄວາມ​ລັບ. ແລ້ວ​ພຣະບິດາ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ພຣະພອນ. ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ສາມາດ​ຕອບແທນ​ເຈົ້າ​ໄດ້, ແຕ່​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ເມື່ອ​ຜູ້ຊອບທຳ​ເປັນຄືນມາຈາກຕາຍ”.


ແຕ່​ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ ແລະ ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ວ່າ​ຈະ​ໄດ້​ສິ່ງໃດ​ຄືນ​ມາ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ອັນ​ໃຫຍ່ ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ, ເພາະວ່າ​ພຣະອົງ​ຍັງ​ກະລຸນາ​ຕໍ່​ຄົນ​ເນລະຄຸນ ແລະ ຄົນຊົ່ວ.


ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.


ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.


ບໍ່​ມີ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ, ຊາຍ ຫລື ຍິງ, ເພາະ​ພວກເຈົ້າ​ທັງໝົດ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ພຣະຄຣິດເຈົ້າເຢຊູ.


ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່​ພຣະຄຣິດເຈົ້າ​ເປັນ​ທຸກສິ່ງ ແລະ ຢູ່​ໃນ​ທຸກຄົນ.


ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ມໍລະດົກ​ຈາກ​ອົງພຣະຜູ້ເປັນເຈົ້າ​ເປັນ​ລາງວັນ. ພຣະຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ນີ້​ແຫລະ​ຄື​ຜູ້​ທີ່​ພວກເຈົ້າ​ກຳລັງ​ຮັບໃຊ້​ຢູ່.


ຜູ້ໃດ​ທີ່​ເຮັດ​ຜິດ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບສະໜອງ​ຕາມ​ຄວາມຜິດ​ຂອງ​ຕົນ ແລະ ຈະ​ບໍ່​ມີ​ການ​ລຳອຽງ​ເຂົ້າຂ້າງ​ຜູ້ໃດ.


ດັ່ງນັ້ນ ຢ່າ​ປະຖິ້ມ​ຄວາມຫມັ້ນໃຈ​ຂອງ​ພວກເຈົ້າ, ສິ່ງ​ນີ້​ຈະ​ນຳ​ບຳເໜັດ​ອັນ​ຍິ່ງໃຫຍ່​ມາ.


ເພິ່ນ​ຖື​ວ່າ​ການ​ອັບອາຍຂາຍໜ້າ​ເພື່ອ​ພຣະຄຣິດເຈົ້າ​ນັ້ນ ກໍ​ມີ​ຄ່າ​ຫລາຍ​ກວ່າ​ຊັບສົມບັດ​ທັງຫລາຍ​ຂອງ​ເອຢິບ, ເພາະວ່າ​ເພິ່ນ​ເບິ່ງ​ໄປ​ຂ້າງໜ້າ​ທີ່​ບຳເໜັດ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka