Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານ​ໃນ​ທຸກ​ໂອກາດ​ດ້ວຍ​ການອະທິຖານ ແລະ ການ​ຮ້ອງຂໍ​ທຸກ​ຮູບແບບ. ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້, ຈົ່ງ​ເຝົ້າລະວັງ​ໃນ​ການອະທິຖານ​ເພື່ອ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ສະເໝີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ຈົ່ງ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ໂດຍ​ພຣະວິນຍານ​ທຸກ​ເວລາ ແລະ​ຈົ່ງ​ເຝົ້າ​ລະວັງ​ໃນ​ການ​ນັ້ນ ດ້ວຍ​ຄວາມ​ພຽນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:18
51 Jak'a apnaqawi uñst'ayäwi  

ແຕ່​ຜີມານຮ້າຍ​ແບບ​ນີ້​ຈະ​ຂັບໄລ່​ບໍ່​ອອກ ເວັ້ນ​ແຕ່​ດ້ວຍ​ການອະທິຖານ ແລະ ຖືສິນອົດອາຫານ.


ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.


ຈົ່ງ​ລະມັດລະວັງ! ຈົ່ງ​ເຝົ້າ​ລະວັງ​ຢູ່! ພວກເຈົ້າ​ບໍ່​ຮູ້​ວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ.


ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ ແລະ ອະທິຖານ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຢູ່​ຕໍ່ໜ້າ​ບຸດມະນຸດ​ໄດ້”.


ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ນອນຫລັບ​ຢູ່? ຈົ່ງ​ລຸກຂຶ້ນ ແລະ ອະທິຖານ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ”.


ຜູ້​ເປັນ​ລູກຊາຍ​ຂອງ​ມາອາດ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ຜູ້​ເປັນ​ລູກຊາຍ​ຂອງ​ເຊເມອິນ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັກ, ຜູ້​ເປັນ​ລູກຊາຍ​ຂອງ​ໂຢດາ,


ຜູ້​ເປັນ​ລູກຊາຍ​ຂອງ​ເມທຸເສລາ, ຜູ້​ເປັນ​ລູກຊາຍ​ຂອງ​ເອນົກ, ຜູ້​ເປັນ​ລູກຊາຍ​ຂອງ​ຢາເຣັດ, ຜູ້​ເປັນ​ລູກຊາຍ​ຂອງ​ມະຫາລາເລນ, ຜູ້​ເປັນ​ລູກຊາຍ​ຂອງ​ເກນານ,


ພວກເພິ່ນ​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ອະທິຖານ​ຢ່າງ​ສະໝໍ່າສະເໝີ​ໂດຍ​ມີ​ພວກແມ່ຍິງ, ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ ພວກ​ນ້ອງຊາຍ​ຂອງ​ພຣະອົງ.


ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ, ແຕ່​ຄຣິສຕະຈັກ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ​ດ້ວຍ​ໃຈ​ຮ້ອນຮົນ.


ສ່ວນ​ພວກເຮົາ​ກໍ​ຈະ​ເອົາໃຈໃສ່​ໃນ​ການ​ອະທິຖານ ແລະ ພັນທະກິດ​ແຫ່ງ​ພຣະທຳ”.


ຈົ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ຕໍ່​ຄວາມຍາກລໍາບາກ ແລະ ຈົ່ງ​ສັດຊື່​ໃນ​ການ​ອະທິຖານ.


ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.


ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.


ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງ​ບໍ່​ຢຸດຢັ້ງ ແລະ ໄດ້​ລະນຶກ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ເຮົາ.


ແລະ ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ກຳລັງ​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍກັນ​ເພື່ອ​ໃຫ້​ກາຍ​ເປັນ​ບ່ອນ​ສະຖິດ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ໂດຍ​ພຣະວິນຍານ​ຂອງ​ພຣະອົງ.


ຈະ​ມີ​ລິດອຳນາດ ພ້ອມ​ກັບ​ຄົນ​ບໍລິສຸດ​ທັງປວງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ມີ​ຄວາມສາມາດ​ເຂົ້າໃຈ​ເຖິງ​ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກ​ຂອງ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ,


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ແລະ ຂໍ​ໃຫ້​ອະທິຖານ​ເພື່ອ​ເຮົາ​ດ້ວຍ, ເພື່ອ​ວ່າ​ເມື່ອ​ໃດ​ທີ່​ເຮົາ​ກ່າວ ພຣະອົງ​ຈະ​ໃຫ້​ຖ້ອຍຄຳ​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ກ້າຫານ​ໃນ​ການ​ເຮັດ​ໃຫ້​ຄວາມເລິກລັບ​ຂອງ​ຂ່າວປະເສີດ​ເປັນ​ທີ່​ຮູ້ຈັກ,


ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ


ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.


ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ​ເມື່ອ​ພວກເຮົາ​ອະທິຖານ​ເພື່ອ​ພວກເຈົ້າ,


ເພາະ​ພວກເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ


ຈົ່ງ​ອຸທິດຕົນ​ໃນ​ການອະທິຖານ, ຈົ່ງ​ເຝົ້າລະວັງ ແລະ ໂມທະນາ​ຂອບພຣະຄຸນ.


ຈົ່ງ​ອະທິຖານ​ຢູ່​ບໍ່​ຂາດ,


ດັ່ງນັ້ນ, ກ່ອນອື່ນໝົດ​ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ທູນຂໍ, ອະທິຖານ, ອ້ອນວອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ,


ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.


ເພາະ​ເຮົາ​ໄດ້​ຍິນ​ກ່ຽວກັບ​ຄວາມຮັກ​ຂອງ​ເຈົ້າ​ທີ່​ເຈົ້າ​ມີ​ຕໍ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຄວາມເຊື່ອ​ຂອງ​ເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ.


ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ສ່ວນ​ພວກທ່ານ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເສີມສ້າງ​ກັນ​ຂຶ້ນ​ໃນ​ຄວາມເຊື່ອ​ອັນ​ບໍລິສຸດ​ທີ່​ພວກທ່ານ​ມີ​ຢູ່ ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານບໍລິສຸດເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka