Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ຈົ່ງ​ສວມ​ໝວກເກາະ​ແຫ່ງ​ຄວາມພົ້ນ ແລະ ຖື​ດາບ​ແຫ່ງ​ພຣະວິນຍານ ເຊິ່ງ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ຈົ່ງ​ເອົາ​ຄວາມ​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງກັນ​ຫົວ​ໄວ້ ແລະ​ຈົ່ງ​ຖື​ພຣະ​ແສງ​ຂອງ​ພຣະວິນຍານ ຄື​ພຣະທຳ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:17
20 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ມະນຸດ​ຈະ​ດຳລົງ​ຊີວິດ​ຢູ່​ດ້ວຍ​ອາຫານ​ພຽງ​ຢ່າງ​ດຽວ​ກໍ​ບໍ່​ໄດ້, ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າ’”.


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ: ‘ຢ່າ​ທົດລອງ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ’”.


ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,


ແຕ່​ເພາະ​ພວກເຮົາ​ເປັນ​ຂອງ​ກາງເວັນ ພວກເຮົາ​ຈົ່ງ​ມີ​ສະຕິ​ຢູ່, ສວມ​ຄວາມເຊື່ອ ແລະ ຄວາມຮັກ​ເປັນ​ເສື້ອເກາະປ້ອງກັນເອິກ​ໄວ້, ມີ​ຄວາມຫວັງ​ໃນ​ຄວາມພົ້ນ​ເປັນ​ໝວກເກາະ.


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ​ມີຊີວິດ ແລະ ລິດເດດ. ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ, ແທງ​ຊອດ​ແມ່ນແຕ່​ຈິດໃຈ ແລະ ວິນຍານ, ຕະຫລອດ​ທັງ​ຄໍ່​ກະດູກ ແລະ ໄຂ​ໃນ​ກະດູກ, ທັງ​ສັງເກດ​ຮູ້​ຄວາມຄິດ ແລະ ທັດສະນະຄະຕິ​ຂອງ​ຫົວໃຈ​ໄດ້.


ຜູ້​ທີ່​ເຄີຍ​ຊີມ​ລົດ​ອັນ​ດີເລີດ​ຂອງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ລິດອຳນາດ​ຂອງ​ຍຸກ​ໜ້າ


ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.


ພວກເຂົາ​ໄດ້​ຊະນະ​ພະຍານາກ ໂດຍ​ໂລຫິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ ແລະ ໂດຍ​ຄຳພະຍານ​ຂອງ​ພວກເຂົາ​ເອງ, ພວກເຂົາ​ບໍ່​ໄດ້​ຮັກ​ຊີວິດ​ຂອງ​ຕົນເອງ​ຫລາຍ ແມ່ນແຕ່​ຄວາມຕາຍ​ພວກເຂົາ​ກໍ​ບໍ່​ຢ້ານ.


ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


ເຫດສະນັ້ນ ຈົ່ງ​ກັບໃຈໃໝ່! ບໍ່​ດັ່ງນັ້ນ, ເຮົາ​ຈະ​ມາ​ຫາ​ເຈົ້າ​ໄວໆ​ນີ້ ແລະ ເຮົາ​ຈະ​ຕໍ່ສູ້​ກັບ​ພວກເຂົາ​ດ້ວຍ​ດາບ​ແຫ່ງ​ປາກ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka