Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເຫດສະນັ້ນ ຈົ່ງ​ສວມ​ຍຸດທະພັນ​ຄົບ​ຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ເມື່ອ​ວັນ​ຊົ່ວຮ້າຍ​ມາ​ເຖິງ ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ໄດ້ ແລະ ຫລັງຈາກ​ພວກເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ແລ້ວ​ກໍ​ຢືນ​ຕົວ​ຢູ່​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເຫດສະນັ້ນ ຈົ່ງ​ຮັບ​ເອົາ​ຍຸດທະພັນ​ຄົບຊຸດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ຕໍ່ຕ້ານ​ໃນ​ວັນ​ຊົ່ວຮ້າຍ​ນັ້ນ ແລະ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ​ໝັ້ນຄົງ​ໄດ້.

Uka jalj uñjjattʼäta Copia luraña




ເອເຟໂຊ 6:13
15 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ ແລະ ອະທິຖານ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຢູ່​ຕໍ່ໜ້າ​ບຸດມະນຸດ​ໄດ້”.


ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.


ກາງຄືນ​ໃກ້​ຈະ​ໝົດ​ໄປ ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ດັ່ງນັ້ນ ໃຫ້​ພວກເຮົາ​ຖອດ​ພຶດຕິກຳ​ຂອງ​ຄວາມມືດ​ອອກໄປ ແລະ ສວມ​ຍຸດທະພັນ​ຂອງ​ຄວາມສະຫວ່າງ.


ອາວຸດ​ທັງຫລາຍ​ທີ່​ພວກເຮົາ​ໃຊ້​ຕໍ່ສູ້​ບໍ່ແມ່ນ​ອາວຸດ​ຂອງ​ໂລກ. ແຕ່​ໃນ​ທາງ​ກົງກັນຂ້າມ, ເປັນ​ອາວຸດ​ທີ່​ເຕັມ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ສາມາດ​ທຳລາຍ​ຄ້າຍອັນເຂັ້ມແຂງ​ທັງຫລາຍ​ໄດ້.


ຈົ່ງ​ຮູ້ຈັກ​ໃຊ້​ທຸກ​ໂອກາດ ເພາະ​ເວລາ​ນີ້​ເປັນ​ຍຸກ​ຊົ່ວຮ້າຍ.


ຢ່າ​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ ເພາະ​ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ. ຈົ່ງ​ຕໍ່ສູ້​ກັບ​ມານ ແລະ ມັນ​ຈະ​ໜີ​ໄປ​ຈາກ​ພວກເຈົ້າ​ໄປ.


ເຫດສະນັ້ນ, ເພາະ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ທາງ​ກາຍ​ຂອງ​ພຣະອົງ​ແລ້ວ ພວກເຈົ້າ​ເອງ​ກໍ​ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ດ້ວຍ​ທ່າທີ​ຢ່າງ​ດຽວ​ກັນ. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ທົນທຸກ​ທາງ​ກາຍ​ກໍ​ຈະ​ເຊົາ​ເຮັດ​ບາບ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


ເພາະ​ວັນ​ຍິ່ງໃຫຍ່​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ ແລະ ຜູ້ໃດ​ຈະ​ສາມາດ​ທົນ​ຕໍ່​ວັນ​ນັ້ນ​ໄດ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka