Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ຕໍ່ສູ້​ກັບ​ເລືອດ​ແລະ​ເນື້ອໜັງ ແຕ່​ຕໍ່ສູ້​ກັບ​ເຫຼົ່າ​ວິນຍານ ທີ່​ມີ​ອຳນາດ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ ຄື​ຜູ້​ຄອບຄອງ, ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ເຫຼົ່າ​ວິນຍານ​ຜີຊົ່ວຮ້າຍ​ທັງຫລາຍ ທີ່​ຄອບຄອງ​ຢູ່​ໃນ​ຍຸກ​ມືດ​ນີ້.

Uka jalj uñjjattʼäta Copia luraña




ເອເຟໂຊ 6:12
25 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “ຄວາມສຸກ​ມີ​ແກ່​ເຈົ້າ ຊີໂມນ​ລູກຊາຍ​ຂອງ​ໂຢນາ​ເອີຍ, ເພາະວ່າ​ມະນຸດ​ບໍ່​ໄດ້​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.


ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້, ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ ແລະ ຕະຫລອດ​ທັງ​ຄວາມປາຖະໜາ​ໃນ​ສິ່ງ​ຕ່າງໆ​ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ໄວ້ ຈຶ່ງ​ເຮັດ​ໃຫ້​ພຣະຄຳ​ບໍ່​ເກີດຜົນ.


“ຈົ່ງ​ພະຍາຍາມ​ໃຫ້​ສຸດ​ຄວາມສາມາດ​ທີ່​ຈະ​ເຂົ້າ​ໄປ​ທາງ​ປະຕູ​ຄັບແຄບ, ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ພະຍາຍາມ​ຈະ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.


ທຸກ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ເດີ່ນ​ວິຫານ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ນີ້​ເປັນ​ຊົ່ວໂມງ​ຂອງ​ພວກເຈົ້າ ເມື່ອ​ຄວາມມືດ​ປົກຄອງ”.


ບັດນີ້ ເຖິງ​ເວລາ​ພິພາກສາ​ໂລກ​ນີ້​ແລ້ວ ແລະ ຜູ້ປົກຄອງ​ໂລກ​ນີ້​ຈະ​ຖືກ​ຂັບໄລ່​ອອກ​ໄປ.


ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.


ແລະ ໃນ​ເລື່ອງ​ການ​ພິພາກສາ ກໍ​ເພາະ​ບັດນີ້​ຜູ້ປົກຄອງ​ໂລກ​ນີ້​ຖືກ​ຕັດສິນລົງໂທດ​ແລ້ວ.


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ເພາະ​ເຮົາ​ເຊື່ອໝັ້ນ​ວ່າ ບໍ່​ວ່າ​ຄວາມຕາຍ ຫລື ຊີວິດ, ບໍ່​ວ່າ​ເທວະດາ ຫລື ຜີມານຮ້າຍ, ບໍ່​ວ່າ​ໃນ​ປັດຈຸບັນ ຫລື ໃນ​ອະນາຄົດ ຫລື ລິດອຳນາດ​ໃດໆ,


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ປະກາດ​ແກ່​ພວກເຈົ້າ​ວ່າ ເນື້ອໜັງ ແລະ ເລືອດ​ບໍ່​ສາມາດ​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ​ໄດ້ ແລະ ສິ່ງ​ທີ່​ເປື່ອຍເນົ່າ​ບໍ່​ສາມາດ​ຮັບ​ສິ່ງ​ທີ່​ບໍ່​ເປື່ອຍເນົ່າ​ເປັນ​ມໍລະດົກ​ໄດ້.


ແລະ ກໍ​ບໍ່​ແປກປະຫລາດ, ເພາະ​ຊາຕານ​ເອງ​ກໍ​ຍັງ​ປອມຕົວ​ເປັນ​ເທວະດາ​ແຫ່ງ​ຄວາມສະຫວ່າງ​ໄດ້.


ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.


ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.


ສູງ​ກວ່າ​ຜູ້ປົກຄອງ ແລະ ຜູ້​ມີ​ສິດອຳນາດ​ທັງໝົດ, ຜູ້​ມີ​ລິດອຳນາດ ແລະ ຜູ້​ມີ​ອານຸພາບ ແລະ ເໜືອ​ທຸກ​ນາມ​ທີ່​ຖືກ​ເອີ່ຍ​ຂຶ້ນ, ບໍ່​ພຽງ​ແຕ່​ໃນ​ຍຸກ​ປັດຈຸບັນ​ເທົ່ານັ້ນ ແຕ່​ໃນ​ຍຸກ​ທີ່​ຈະມາ​ເຖິງ​ດ້ວຍ.


ຂໍ​ໃຫ້​ຄຳສັນລະເສີນ​ຈົ່ງ​ມີ​ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ພອນ​ໃນ​ສະຫວັນ​ສະຖານ​ໃຫ້​ແກ່​ພວກເຮົາ​ດ້ວຍ​ພຣະພອນ​ຝ່າຍ​ວິນຍານ​ທຸກ​ຢ່າງ​ໃນ​ພຣະຄຣິດເຈົ້າ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ຄວາມຕັ້ງໃຈ​ຂອງ​ພຣະອົງ​ໃນ​ເວລານີ້​ຄື ປັນຍາ​ອັນ​ຫລວງຫລາຍ​ຂອງ​ພຣະເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ຜູ້ປົກຄອງ ແລະ ຜູ້ມີອຳນາດ​ໃນ​ສະຫວັນ​ສະຖານ ຜ່ານ​ທາງ​ຄຣິສຕະຈັກ,


ເພາະ​ພຣະອົງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຮົາ​ອອກມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ ໄດ້​ນຳ​ພວກເຮົາ​ເຂົ້າ​ມາ​ສູ່​ອານາຈັກ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ


ແລະ ໄດ້​ປົດ​ອຳນາດ ແລະ ຜູ້ມີອຳນາດ​ທັງຫລາຍ​ລົງ, ພຣະອົງ​ໄດ້​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ແລະ ເອົາ​ຊະນະ​ພວກເຂົາ​ໂດຍ​ໄມ້ກາງແຂນ​ນັ້ນ.


ເຊັ່ນດຽວກັນ, ນັກກິລາ​ຄົນ​ໃດ​ກໍ​ຕາມ​ທີ່​ແຂ່ງຂັນ​ຈະ​ບໍ່​ໄດ້​ຮັບ​ມົງກຸດ​ແຫ່ງ​ໄຊຊະນະ​ຖ້າ​ບໍ່​ແຂ່ງຂັນ​ຕາມ​ກະຕິກາ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,


ໃນ​ການຕໍ່ສູ້​ກັບ​ຄວາມບາບ​ນັ້ນ, ພວກເຈົ້າ​ຍັງ​ບໍ່​ໄດ້​ຕໍ່ສູ້​ຈົນ​ເຖິງ​ຂັ້ນ​ເລືອດ​ຕົກ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka