ເອເຟໂຊ 6:11 - ພຣະຄຳພີລາວສະບັບສະໄໝໃໝ່11 ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າ ເພື່ອວ່າພວກເຈົ້າຈະສາມາດຢືນຕົວຕໍ່ສູ້ກັບກົນອຸບາຍຂອງມານຮ້າຍໄດ້. Uka jalj uñjjattʼätaພຣະຄຳພີສັກສິ11 ຈົ່ງສວມຍຸດທະພັນຄົບຊຸດ ຊຶ່ງພຣະເຈົ້າໂຜດປະທານໃຫ້ພວກເຈົ້າ ເພື່ອວ່າພວກເຈົ້າຈະສາມາດຢືນຕໍ່ສູ້ກັບກົນອຸບາຍຂອງມານຮ້າຍໄດ້. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.