7 ເຫດສະນັ້ນ ຢ່າເປັນຫຸ້ນສ່ວນກັບພວກເຂົາ.
7 ດັ່ງນັ້ນ ພວກເຈົ້າຢ່າຄົບຫາສະມາຄົມກັບຄົນເຫຼົ່ານີ້ຈັກເທື່ອ.
ຢ່າທຽມແອກຮ່ວມກັບຄົນທີ່ບໍ່ເຊື່ອ. ເພາະຄວາມຊອບທຳກັບຄວາມອະທຳຈະມີສິ່ງໃດຮ່ວມກັນໄດ້? ຫລື ຄວາມສະຫວ່າງກັບຄວາມມືດຈະສາມັກຄີທຳກັນໄດ້ຢ່າງໃດ?
ຂໍ້ລັບເລິກນີ້ແມ່ນໂດຍທາງຂ່າວປະເສີດນັ້ນຄົນຕ່າງຊາດກໍເປັນທາຍາດຮ່ວມກັບຊົນອິດສະຣາເອນ, ເປັນອະໄວຍະວະຮ່ວມໃນກາຍດຽວກັນ ແລະ ເປັນຜູ້ມີສ່ວນຮ່ວມຮັບຕາມຄຳສັນຍາໃນພຣະຄຣິດເຈົ້າເຢຊູ.
ຢ່າມີສ່ວນກັບກິດຈະການຂອງຄວາມມືດທີ່ບໍ່ມີຜົນ, ແຕ່ຈົ່ງເປີດເຜີຍການກະທຳເຫລົ່ານັ້ນອອກມາກໍດີກວ່າ.
ຢ່າຟ້າວວາງມືໃສ່ຜູ້ໃດ, ແລະ ຢ່າມີສ່ວນຮ່ວມໃນຄວາມບາບຂອງຄົນອື່ນ. ຈົ່ງຮັກສາຕົນເອງໃຫ້ບໍລິສຸດ.
ແລ້ວຂ້າພະເຈົ້າກໍໄດ້ຍິນອີກສຽງໜຶ່ງດັງມາຈາກສະຫວັນກ່າວວ່າ: “ບັນດາຄົນຂອງເຮົາ, ຈົ່ງອອກມາຈາກເມືອງນັ້ນ, ເພື່ອວ່າພວກເຈົ້າທັງຫລາຍຈະບໍ່ໄດ້ມີສ່ວນຮ່ວມໃນການບາບຂອງນາງ, ເພື່ອວ່າພວກເຈົ້າຈະບໍ່ຕ້ອງຮັບໄພພິບັດໃດໆທີ່ຈະເກີດຂຶ້ນກັບນາງ,