Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ສຳລັບ​ສິ່ງ​ນີ້​ພວກເຈົ້າ​ສາມາດ​ແນ່ໃຈ​ໄດ້​ວ່າ: ຄົນ​ຜິດສິນທຳ, ຄົນ​ບໍ່ບໍລິສຸດ ຫລື ຄົນ​ໂລບ ຄົນ​ເຫລົ່ານີ້​ເປັນ​ຜູ້ຂາບໄຫວ້​ຮູບເຄົາລົບ ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ໃດໆ​ໃນ​ອານາຈັກ​ຂອງ​ພຣະຄຣິດເຈົ້າ ແລະ ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ພວກເຈົ້າ​ຄົງ​ຮູ້ຈັກ​ດີ​ແລ້ວ​ວ່າ ຜູ້​ທີ່​ຫຼິ້ນຊູ້, ຜູ້​ທີ່​ເວົ້າ​ຫຍາບຊ້າ, ຜູ້​ທີ່​ໃຈ​ໂລບ (ເໝືອນ​ຂາບໄຫວ້​ຮູບເຄົາຣົບ) ຈະ​ບໍ່ໄດ້​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະຄຣິດ ແລະ​ຂອງ​ພຣະເຈົ້າ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:5
15 Jak'a apnaqawi uñst'ayäwi  

“ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ.


ເຈົ້າ​ບໍ່​ມີ​ສ່ວນ ຫລື ກ່ຽວຂ້ອງ​ໃນ​ພັນທະກິດ​ນີ້, ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.


ການກະທຳ​ຂອງ​ເນື້ອໜັງ​ແມ່ນ​ເຫັນ​ໄດ້​ຊັດເຈນ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ ແລະ ການລາມົກ;


ແລະ ການອິດສາ, ການເມົາເຫລົ້າ, ການ​ຮ່ວມເພດ​ເປັນ​ກຸ່ມ ແລະ ອື່ນໆ. ເຮົາ​ຂໍ​ເຕືອນ​ພວກເຈົ້າ​ເໝືອນ​ທີ່​ເຄີຍ​ເຕືອນ​ກ່ອນ​ໜ້າ​ນີ້​ແລ້ວ​ວ່າ, ບັນດາ​ຜູ້​ທີ່​ດໍາເນີນ​ຊີວິດ​ຢ່າງນີ້​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.


ແຕ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ໃຫ້​ມີ​ແມ່ນແຕ່​ເອີ່ຍ​ເຖິງ​ເລື່ອງ​ການ​ຜິດສິນທຳທາງເພດ ຫລື ຄວາມ​ເປື້ອນເປິ​ໃດໆ ຫລື ຄວາມໂລບ ເພາະ​ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ​ສຳລັບ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ.


ເພາະ​ພຣະອົງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຮົາ​ອອກມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ ໄດ້​ນຳ​ພວກເຮົາ​ເຂົ້າ​ມາ​ສູ່​ອານາຈັກ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ເພາະວ່າ​ການຮັກເງິນ​ເປັນ​ຮາກເຫງົ້າ​ຂອງ​ຄວາມຊົ່ວ​ທຸກຢ່າງ. ເພາະ​ການ​ເຫັນ​ແກ່​ເງິນ​ນີ້​ແຫລະ​ບາງຄົນ​ຈຶ່ງ​ຫລົງ​ອອກໄປ​ຈາກ​ຄວາມເຊື່ອ ແລະ ແທງ​ຕົນ​ເອງ​ດ້ວຍ​ຄວາມເຈັບປວດ​ຫລາຍ​ຢ່າງ.


ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.


ຈົ່ງ​ໃຫ້​ການແຕ່ງງານ​ເປັນ​ທີ່​ນັບຖື​ສຳລັບ​ທຸກຄົນ ແລະ ຮັກສາ​ຕຽງນອນ​ສົມລົດ​ໃຫ້​ບໍລິສຸດ, ເພາະ​ພຣະເຈົ້າ​ຈະ​ພິພາກສາ​ລົງໂທດ​ແກ່​ຄົນຫລິ້ນຊູ້ ແລະ ທຸກຄົນ​ທີ່​ເຮັດ​ຜິດສິນທຳທາງເພດ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka