30 ເພາະວ່າພວກເຮົາທັງຫລາຍເປັນອະໄວຍະວະໃນກາຍຂອງພຣະອົງ.
30 ດ້ວຍວ່າ, ພວກເຮົາເປັນອະໄວຍະວະໃນພຣະກາຍຂອງພຣະອົງ.
ດັ່ງນັ້ນ ໃນພຣະຄຣິດເຈົ້າ ພວກເຮົາຫລາຍຄົນກໍປະກອບເຂົ້າເປັນກາຍດຽວ ແລະ ແຕ່ລະອະໄວຍະວະກໍເປັນສ່ວນຫນຶ່ງຂອງອະໄວຍະວະທັງໝົດສັນນັ້ນ.
ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເປັນອະໄວຍະວະຂອງພຣະຄຣິດເຈົ້າ? ຖ້າເປັນດັ່ງນັ້ນ ສົມຄວນບໍທີ່ເຮົາຈະເອົາອະໄວຍະວະຂອງພຣະຄຣິດເຈົ້າໄປຜູກພັນກັບໂສເພນີ? ຢ່າເປັນຢ່າງນັ້ນເລີຍ!
ເຊິ່ງເປັນຮ່າງກາຍຂອງພຣະອົງທີ່ເຕັມບໍລິບູນດ້ວຍພຣະອົງຜູ້ໃຫ້ທຸກສິ່ງເຕັມບໍລິບູນໃນທຸກທາງ.
ເຖິງຢ່າງໃດກໍຕາມ ບໍ່ມີຜູ້ໃດກຽດຊັງຮ່າງກາຍຂອງຕົນເອງ, ແຕ່ພວກເຂົາລ້ຽງດູ ແລະ ທະນຸຖະໜອມຮ່າງກາຍຂອງພວກເຂົາເໝືອນດັ່ງພຣະຄຣິດເຈົ້າກະທຳແກ່ຄຣິສຕະຈັກ.
ພວກເຂົາໄດ້ສູນເສຍການເຊື່ອມຕໍ່ກັບຫົວ ເຊິ່ງຮ່າງກາຍທັງໝົດກໍໄດ້ຮັບການບຳລຸງລ້ຽງ ແລະ ປະສານເຂົ້າກັນໄວ້ດ້ວຍຂໍ້ ແລະ ເອັນຕ່າງໆ ຈຶ່ງຈະເລີນເຕີບໂຕຂຶ້ນຕາມທີ່ພຣະເຈົ້າໃຫ້ຈະເລີນເຕີບໂຕຂຶ້ນ.