Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແຕ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ໃຫ້​ມີ​ແມ່ນແຕ່​ເອີ່ຍ​ເຖິງ​ເລື່ອງ​ການ​ຜິດສິນທຳທາງເພດ ຫລື ຄວາມ​ເປື້ອນເປິ​ໃດໆ ຫລື ຄວາມໂລບ ເພາະ​ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ​ສຳລັບ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເນື່ອງ​ຈາກ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກເຈົ້າ​ຈຶ່ງ​ບໍ່​ສົມຄວນ​ທີ່​ຈະ​ເອີ່ຍ​ເຖິງ, ເລື່ອງ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ, ການ​ຊົ່ວຮ້າຍ​ທຸກຢ່າງ ແລະ​ຄວາມ​ໂລພາ​ຕັນຫາ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:3
58 Jak'a apnaqawi uñst'ayäwi  

ເພາະວ່າ​ຄວາມຄິດ​ຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້, ການ​ຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານ​ບໍ່ຈິງ, ໃສ່ຮ້າຍປ້າຍສີ ລ້ວນ​ແຕ່​ອອກ​ມາ​ຈາກ​ຈິດໃຈ.


ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຮັກສາ​ໂຕ​ໄວ້​ໃຫ້​ພົ້ນ​ຈາກ​ຄວາມໂລບ​ທຸກ​ຢ່າງ, ເພາະ​ຊີວິດ​ຂອງ​ມະນຸດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ອຸດົມສົມບູນ”.


ຝ່າຍ​ພວກ​ຟາຣີຊາຍ​ຜູ້​ທີ່​ຮັກເງິນ​ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ກໍ​ເຢາະເຢີ້ຍ​ພຣະເຢຊູເຈົ້າ.


ແຕ່​ໃຫ້​ພວກເຮົາ​ຂຽນ​ໄປ​ຫາ​ພວກເຂົາ, ໂດຍ​ບອກ​ພວກເຂົາ​ໃຫ້​ລະເວັ້ນ​ຈາກ​ອາຫານ​ທີ່​ມີ​ມົນທິນ​ເພາະ​ຮູບເຄົາລົບ, ຈາກ​ການ​ຜິດສິນທຳ​ທາງ​ເພດ, ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ຈາກ​ການ​ກິນ​ເລືອດ.


ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ ຫລື ຄຳ ຫລື ເຄື່ອງນຸ່ງ​ຂອງ​ຜູ້ໃດ.


ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ທຸກ​ຢ່າງ, ຄວາມ​ຊົ່ວຮ້າຍ, ຄວາມໂລບ ແລະ ການປອງຮ້າຍ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມອິດສາ, ການຂ້າຟັນ, ການ​ຕໍ່ສູ້​ຊິງດີຊິງເດັ່ນ, ການລໍ້ລວງ ແລະ ການຄິດຮ້າຍຕໍ່ກັນ. ພວກເຂົາ​ມັກ​ເວົ້າ​ນິນທາ,


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັບ​ນາງ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ​ຕາມ​ສົມຄວນ​ແກ່​ຄົນ​ຂອງ​ພຣະເຈົ້າ ແລະ ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍເຫລືອ​ຄົນ​ຈໍານວນ​ຫລາຍ​ລວມທັງ​ເຮົາ​ດ້ວຍ.


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ພວກເຮົາ​ບໍ່​ຄວນ​ເຮັດ​ຜິດສິນທຳທາງເພດ ເໝືອນດັ່ງ​ບາງຄົນ​ໃນ​ພວກເຂົາ​ໄດ້​ເຮັດ ແລ້ວ​ພວກເຂົາ​ກໍ​ລົ້ມ​ຕາຍ​ລົງ​ຊາວສາມ​ພັນ​ຄົນ​ໃນ​ມື້​ດຽວ.


ແທ້ຈິງແລ້ວ​ໄດ້​ມີ​ລາຍງານ​ມາ​ວ່າ ມີ​ການ​ຜິດສິນທຳທາງເພດ​ໃນ​ທ່າມກາງ​ພວກເຈົ້າ, ເຊິ່ງ​ໃນ​ຮູບແບບ​ທີ່​ແມ່ນແຕ່​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ​ກໍ​ຍັງ​ບໍ່​ອະນຸຍາດ​ໃຫ້​ເກີດຂຶ້ນ​ຄື: ຊາຍ​ຄົນ​ໜຶ່ງ​ນອນ​ກັບ​ເມຍ​ພໍ່​ຂອງ​ຕົນ.


ພວກເຈົ້າ​ເວົ້າ​ວ່າ, “ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ ທ້ອງ​ມີ​ໄວ້​ສຳລັບ​ອາຫານ”, ແຕ່​ພຣະເຈົ້າ​ຈະ​ທຳລາຍ​ທັງ​ສອງ​ສິ່ງ​ນີ້. ເຖິງຢ່າງໃດ​ກໍ​ຕາມ, ຮ່າງກາຍ​ບໍ່​ໄດ້​ມີ​ໄວ້​ເພື່ອ​ການ​ຜິດສິນທຳທາງເພດ ແຕ່​ມີ​ໄວ້​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ເປັນເຈົ້າ​ມີ​ໄວ້​ເພື່ອ​ຮ່າງກາຍ.


ຈົ່ງ​ຫລີກໜີ​ຈາກ​ການ​ຜິດສິນທຳທາງເພດ. ຄວາມບາບ​ອື່ນໆ​ທັງໝົດ​ທີ່​ມະນຸດ​ເຮັດ​ນັ້ນ​ລ້ວນແຕ່​ເປັນ​ບາບ​ນອກ​ຮ່າງກາຍ, ແຕ່​ຄົນ​ທີ່​ເຮັດ​ຜິດບາບ​ທາງ​ເພດ ກໍ​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ​ຂອງ​ຕົນເອງ.


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ອີກ ພຣະເຈົ້າ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ຖ່ອມ​ລົງ​ຕໍ່ໜ້າ​ພວກເຈົ້າ ແລະ ເຮົາ​ຈະ​ໂສກເສົ້າ​ເພາະ​ຫລາຍ​ຄົນ​ທີ່​ໄດ້​ເຮັດ​ບາບ​ມາ​ກ່ອນ​ແລ້ວ ແລະ ຍັງ​ບໍ່​ຍອມ​ກັບໃຈ​ປະຖິ້ມ​ຄວາມ​ເປື້ອນເປິ, ຄວາມບາບ​ທາງ​ເພດ ແລະ ຄວາມ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ຢູ່.


ເພາະ​ແມ່ນແຕ່​ເອີ່ຍ​ເຖິງ​ສິ່ງ​ທີ່​ຜູ້​ບໍ່ເຊື່ອຟັງ​ເຮັດ​ໃນ​ທີ່​ລັບລີ້​ນັ້ນ​ກໍ​ຍັງ​ໜ້າອັບອາຍ.


ສຳລັບ​ສິ່ງ​ນີ້​ພວກເຈົ້າ​ສາມາດ​ແນ່ໃຈ​ໄດ້​ວ່າ: ຄົນ​ຜິດສິນທຳ, ຄົນ​ບໍ່ບໍລິສຸດ ຫລື ຄົນ​ໂລບ ຄົນ​ເຫລົ່ານີ້​ເປັນ​ຜູ້ຂາບໄຫວ້​ຮູບເຄົາລົບ ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ໃດໆ​ໃນ​ອານາຈັກ​ຂອງ​ພຣະຄຣິດເຈົ້າ ແລະ ຂອງ​ພຣະເຈົ້າ.


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຄື: ໃຫ້​ພວກເຈົ້າ​ຫລີກ​ເວັ້ນ​ຈາກ​ການ​ຜິດສິນທຳທາງເພດ,


ເພາະ​ພຣະເຈົ້າ​ບໍ່​ໄດ້​ເອີ້ນ​ພວກເຮົາ​ໃຫ້​ເປັນ​ຄົນ​ມີ​ມົນທິນ ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ທີ່​ບໍລິສຸດ.


ແຕ່​ດ້ວຍ​ການກະທຳ​ທີ່​ດີ ເຊິ່ງ​ເໝາະສົມ​ກັບ​ແມ່ຍິງ​ຜູ້​ທີ່​ປະກາດ​ຕົນ​ວ່າ​ນະມັດສະການ​ພຣະເຈົ້າ.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ເພາະວ່າ​ການຮັກເງິນ​ເປັນ​ຮາກເຫງົ້າ​ຂອງ​ຄວາມຊົ່ວ​ທຸກຢ່າງ. ເພາະ​ການ​ເຫັນ​ແກ່​ເງິນ​ນີ້​ແຫລະ​ບາງຄົນ​ຈຶ່ງ​ຫລົງ​ອອກໄປ​ຈາກ​ຄວາມເຊື່ອ ແລະ ແທງ​ຕົນ​ເອງ​ດ້ວຍ​ຄວາມເຈັບປວດ​ຫລາຍ​ຢ່າງ.


ຄົນ​ທັງຫລາຍ​ຈະ​ເປັນ​ຄົນ​ຮັກຕົນເອງ, ເປັນ​ຄົນ​ຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ, ເນລະຄຸນ, ບໍ່​ບໍລິສຸດ,


ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.


ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ເຮັດ​ຜິດສິນທຳທາງເພດ, ຫລື ບໍ່​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເອຊາວ​ຜູ້​ຂາຍ​ສິດທິ​ອ້າຍກົກ​ໃນ​ການ​ຮັບມໍລະດົກ​ເພື່ອ​ແລກ​ກັບ​ອາຫານ​ພຽງ​ແຕ່​ຄາບ​ດຽວ.


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.


ຕາ​ຂອງ​ພວກເຂົາ​ເຕັມໄປ​ດ້ວຍ​ການ​ຫລິ້ນຊູ້, ພວກເຂົາ​ບໍ່​ເຄີຍ​ຢຸດ​ເຮັດ​ບາບ, ພວກເຂົາ​ລໍ້ລວງ​ຄົນ​ທີ່​ບໍ່​ໜັກແໜ້ນ, ພວກເຂົາ​ມີ​ຄວາມຊຳນານ​ໃນ​ຄວາມໂລບ ແລະ ພວກເຂົາ​ຄື​ເຜົ່າພັນ​ທີ່​ຖືກ​ສາບແຊ່ງ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


ເຖິງປານນັ້ນ ເຮົາ​ມີ​ບາງ​ຂໍ້​ຕໍ່ວ່າ​ເຈົ້າ​ຄື: ມີ​ບາງ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ຢຶດຖື​ຄຳສອນ​ຂອງ​ບາລາອາມ ເຊິ່ງ​ໄດ້​ສອນ​ບາຫລາກ​ໃຫ້​ຊັກຊວນ​ຊາວ​ອິດສະຣາເອນ​ໃຫ້​ເຮັດບາບ​ດ້ວຍ​ການ​ກິນອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ ແລະ ການ​ເຮັດ​ຜິດສິນທຳທາງເພດ.


ເຮົາ​ໄດ້​ໃຫ້​ໂອກາດ​ຍິງ​ນັ້ນ​ກັບໃຈ​ຈາກ​ການ​ຜິດສິນທຳ​ຂອງ​ນາງ, ແຕ່​ນາງ​ກໍ​ບໍ່​ຍອມ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.


ທັງ​ພວກເຂົາ​ບໍ່​ໄດ້​ກັບໃຈ​ຈາກ​ຄາດຕະກຳ, ການ​ໃຊ້​ເວດມົນຄາຖາ, ການ​ຜິດສິນທຳທາງເພດ ແລະ ການລັກ​ທີ່​ຕົນ​ເຮັດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka