Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:29 - ພຣະຄຳພີລາວສະບັບສະໄໝໃໝ່

29 ເຖິງຢ່າງໃດ​ກໍ​ຕາມ ບໍ່​ມີ​ຜູ້ໃດ​ກຽດຊັງ​ຮ່າງກາຍ​ຂອງ​ຕົນເອງ, ແຕ່​ພວກເຂົາ​ລ້ຽງດູ ແລະ ທະນຸຖະໜອມ​ຮ່າງກາຍ​ຂອງ​ພວກເຂົາ​ເໝືອນ​ດັ່ງ​ພຣະຄຣິດເຈົ້າ​ກະທຳ​ແກ່​ຄຣິສຕະຈັກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

29 ບໍ່ມີ​ຜູ້ໃດ​ທີ່​ກຽດຊັງ​ຮ່າງກາຍ​ຂອງ​ຕົນເອງ​ຈັກເທື່ອ ມີ​ແຕ່​ບຳລຸງລ້ຽງ​ແລະ​ຖະນຸ​ຖະໜອມ​ໄວ້ ດັ່ງ​ທີ່​ພຣະຄຣິດ​ຊົງ​ກະທຳ​ແກ່​ຄຣິສຕະຈັກ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:29
13 Jak'a apnaqawi uñst'ayäwi  

“ເຢຣູຊາເລັມ, ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ, ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ.


ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ອາກາດ; ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ ຫລື ບໍ່​ໄດ້​ສະສົມ​ໄວ້​ໃນ​ເລົ້າ ແລະ ເຖິງປານນັ້ນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ຝູງ​ນົກ​ນັ້ນ​ໄວ້. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ນັ້ນ​ບໍ່​ແມ່ນ​ບໍ?


ພວກເຂົາ​ບໍ່​ມີ​ຄວາມເຂົ້າໃຈ, ບໍ່​ມີ​ຄວາມຊື່ສັດ, ບໍ່​ມີ​ຄວາມຮັກ, ບໍ່ມີຄວາມເມດຕາ.


ດັ່ງນັ້ນ​ແຫລະ ຜົວ​ຈຶ່ງ​ຄວນ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຮ່າງກາຍ​ຂອງ​ຕົນເອງ. ຜູ້​ທີ່​ຮັກ​ເມຍ​ຂອງ​ຕົນ​ກໍ​ຮັກ​ຕົນເອງ.


ເພາະວ່າ​ພວກເຮົາ​ທັງຫລາຍ​ເປັນ​ອະໄວຍະວະ​ໃນ​ກາຍ​ຂອງ​ພຣະອົງ.


“ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ​ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ ແລະ ທັງ​ສອງ​ກໍ​ເປັນ​ກາຍ​ດຽວ​ກັນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka