21 ຈົ່ງຍອມເຊື່ອຟັງກັນແລະກັນດ້ວຍຄວາມຢຳເກງພຣະຄຣິດເຈົ້າ.
21 ເນື່ອງດ້ວຍພວກເຈົ້າມີຄວາມຢຳເກງພຣະຄຣິດ ຈົ່ງຍອມຟັງຊຶ່ງກັນແລະກັນ.
ໃຫ້ຍອມເຊື່ອຟັງຄົນເຫລົ່ານີ້ ແລະ ທຸກຄົນທີ່ເຂົ້າຮ່ວມໃນວຽກງານ ແລະ ທຳງານດ້ວຍຄວາມຍາກລຳບາກ.
ເມື່ອເປັນຢ່າງນັ້ນແລ້ວ, ພວກເຮົາຮູ້ວ່າຄວາມຢຳເກງອົງພຣະຜູ້ເປັນເຈົ້ານັ້ນຄືອັນໃດ, ພວກເຮົາຈຶ່ງພະຍາຍາມຊັກຊວນຄົນທັງຫລາຍ. ພວກເຮົາເປັນຢ່າງໃດນັ້ນກໍປາກົດແຈ້ງຕໍ່ພຣະເຈົ້າ ແລະ ເຮົາຫວັງວ່າສິ່ງນີ້ຈະປາກົດແຈ້ງຕໍ່ຈິດສຳນຶກຂອງພວກເຈົ້າດ້ວຍ.
ເຫດສະນັ້ນ ບັນດາເພື່ອນທີ່ຮັກເອີຍ, ເມື່ອພວກເຮົາມີຄຳສັນຍາເຫລົ່ານີ້ແລ້ວ ກໍຂໍໃຫ້ພວກເຮົາຊຳລະຕົນເອງຈາກທຸກສິ່ງທີ່ເຮັດໃຫ້ຮ່າງກາຍ ແລະ ຈິດວິນຍານເປື້ອນເປິ, ຈົ່ງເຮັດໃຫ້ຄວາມບໍລິສຸດສົມບູນປາກົດອອກມາຈາກຄວາມຢຳເກງພຣະເຈົ້າ.
ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າໄດ້ຖືກເອີ້ນນັ້ນກໍເພື່ອເສລີພາບ. ແຕ່ຢ່າໃຊ້ເສລີພາບຂອງພວກເຈົ້າເພື່ອເຮັດຕາມເນື້ອໜັງ; ແຕ່ຈົ່ງຮັບໃຊ້ກັນແລະກັນດ້ວຍຄວາມຖ່ອມຕົວໃນຄວາມຮັກ.
ຝ່າຍເມຍທັງຫລາຍ ຈົ່ງຍອມເຊື່ອຟັງຜົວຂອງຕົນເໝືອນດັ່ງທີ່ພວກເຈົ້າຍອມເຊື່ອຟັງອົງພຣະຜູ້ເປັນເຈົ້າ,
ບັດນີ້ ຂະນະທີ່ຄຣິສຕະຈັກຍອມເຊື່ອຟັງພຣະຄຣິດເຈົ້າ, ດັ່ງນັ້ນ ເມຍກໍຄວນຍອມເຊື່ອຟັງຜົວຂອງຕົນໃນທຸກສິ່ງເໝືອນກັນ.
ຢ່າເຮັດສິ່ງໃດດ້ວຍຄວາມທະເຍີທະຍານທີ່ເຫັນແກ່ຕົວ ຫລື ການອວດດີທີ່ໄຮ້ປະໂຫຍດ. ແຕ່ຈົ່ງເຮັດດ້ວຍຄວາມຖ່ອມໃຈຖືວ່າຄົນອື່ນດີກວ່າຕົນ.
ແມ່ຍິງຄວນຮຽນຮູ້ຢ່າງງຽບໆ ແລະ ຍອມຈໍານົນທຸກປະການ.
ລາວຕ້ອງເບິ່ງແຍງຈັດການຄອບຄົວຂອງຕົນເອງໄດ້ດີ ແລະ ເຫັນວ່າພວກລູກກໍເຊື່ອຟັງລາວ ແລະ ລາວຈະຕ້ອງເຮັດຢ່າງນັ້ນໃຫ້ສົມຄວນແກ່ການນັບຖື.
ຈົ່ງເຊື່ອຟັງ ແລະ ຍອມຢູ່ໃຕ້ອຳນາດຂອງຜູ້ນຳຂອງພວກເຈົ້າ, ເພາະພວກເພິ່ນເຝົ້າເບິ່ງແຍງພວກເຈົ້າໃນຖານະຜູ້ທີ່ຈະຕ້ອງລາຍງານ. ຈົ່ງເຮັດຢ່າງນີ້ ເພື່ອວ່າພວກເພິ່ນຈະເຮັດໜ້າທີ່ຂອງຕົນດ້ວຍຄວາມຍິນດີ, ບໍ່ແມ່ນຈໍາໃຈ ເພາະຈະເປັນປະໂຫຍດແກ່ພວກເຈົ້າ.
ໂດຍເຫັນແກ່ອົງພຣະຜູ້ເປັນເຈົ້າ ພວກເຈົ້າຈົ່ງຍອມຢູ່ໃຕ້ທຸກອຳນາດທີ່ຕັ້ງຂຶ້ນໃນທ່າມກາງມະນຸດຄື: ບໍ່ວ່າຈະເປັນກະສັດໃນຖານະຜູ້ມີອຳນາດສູງສຸດ,
ຈົ່ງໃຫ້ກຽດແກ່ທຸກຄົນ, ຈົ່ງຮັກບັນດາພີ່ນ້ອງໃນຄວາມເຊື່ອດຽວກັນ, ຈົ່ງຢຳເກງພຣະເຈົ້າ, ຈົ່ງເຄົາລົບນັບຖືຜູ້ມີອຳນາດສູງສຸດ.
ໃນທຳນອງດຽວກັນນີ້ ພວກເຈົ້າຜູ້ມີອາຍຸອ່ອນກວ່າ, ຈົ່ງຍອມເຊື່ອຟັງບັນດາຜູ້ທີ່ອາວຸໂສກວ່າ. ພວກເຈົ້າທຸກຄົນຈົ່ງສວມຄວາມຖ່ອມໃຈຕໍ່ກັນແລະກັນ ເພາະວ່າ, “ພຣະເຈົ້າຄັດຄ້ານຄົນທີ່ຈອງຫອງ ແຕ່ມີພຣະຄຸນໃຫ້ແກ່ຄົນທີ່ຖ່ອມຕົວລົງ”.