Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ຈົ່ງ​ສົນທະນາ​ກັນ​ດ້ວຍ​ເພງສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ. ຈົ່ງ​ຮ້ອງ ແລະ ບັນເລງ​ເພງ​ຈາກ​ຈິດໃຈ​ຂອງ​ພວກເຈົ້າ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ຈົ່ງ​ສົນທະນາກັນ​ດ້ວຍ​ບົດເພງ​ສັນລະເສີນ ບົດເພງ​ນະມັດສະການ, ບົດເພງ​ທີ່​ໄດ້​ຮັບ​ການ​ດົນໃຈ​ຈາກ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ຈິດໃຈ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:19
16 Jak'a apnaqawi uñst'ayäwi  

“‘ປະຊາຊົນ​ເຫລົ່ານີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ, ສ່ວນ​ໃຈ​ຂອງ​ພວກເຂົາ​ຫ່າງໄກ​ຈາກ​ເຮົາ.


ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ, ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.


ປະມານ​ທ່ຽງຄືນ ໂປໂລ​ກັບ​ຊີລາ ກຳລັງ​ພາກັນ​ອະທິຖານ ແລະ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ແລະ ພວກນັກໂທດ​ຄົນ​ອື່ນໆ​ກໍ​ຟັງ​ຢູ່.


ດັ່ງນັ້ນ ເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ເຮົາ​ຈະ​ອະທິຖານ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ອະທິຖານ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ; ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄວາມເດືອດຮ້ອນ​ບໍ? ໃຫ້​ພວກເຂົາ​ອະທິຖານ. ມີ​ຜູ້ໃດ​ມີ​ຄວາມສຸກ​ບໍ? ໃຫ້​ພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka