Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ຢ່າ​ເມົາ​ເຫລົ້າອະງຸ່ນ​ທີ່​ພາ​ໃຫ້​ເສຍ​ຄົນ. ແຕ່​ຈົ່ງ​ເຕັມລົ້ນ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ດີ​ກວ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ແລະ​ຢ່າ​ເມົາ​ເຫລົ້າແວງ ຊຶ່ງ​ພາ​ໃຫ້​ເສຍ​ຄົນ ແຕ່​ຈົ່ງ​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານ​ກໍດີກວ່າ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:18
33 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ພວກເຈົ້າ ພວກ​ຄູສອນກົດບັນຍັດ ແລະ ພວກ​ຟາຣີຊາຍ​ຄົນໜ້າຊື່ໃຈຄົດ​ເອີຍ! ພວກເຈົ້າ​ລ້າງ​ຈອກ ແລະ ຖ້ວຍຊາມ​ໃຫ້​ສະອາດ​ແຕ່​ພາຍນອກ ແຕ່​ພາຍໃນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມໂລບ ແລະ ການ​ເຮັດ​ຕາມໃຈ​ຕົນ​ເອງ.


ແລະ ລາວ​ຈຶ່ງ​ເລີ່ມ​ຂ້ຽນຕີ​ຄົນຮັບໃຊ້​ດ້ວຍກັນ ທັງ​ກິນ ແລະ ດື່ມ​ກັບ​ຄົນ​ຂີ້ເມົາ​ດ້ວຍ


ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.


ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຈະ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ​ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ!”


ແຕ່​ຖ້າ​ຄົນຮັບໃຊ້​ຄິດ​ໃນ​ໃຈ​ວ່າ, ‘ຍັງ​ອີກ​ດົນ​ທີ່​ນາຍ​ຂອງ​ຕົນ​ຈະ​ກັບມາ’ ລາວ​ຈຶ່ງ​ເລີ່ມ​ຂ້ຽນຕີ​ເພື່ອນ​ຄົນຮັບໃຊ້​ທັງ​ຜູ້ຊາຍ ແລະ ແມ່ຍິງ, ກິນ ແລະ ດື່ມ​ຈົນ​ເມົາ.


“ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົມ​ຢູ່​ກັບ​ການ​ກິນລ້ຽງ, ດື່ມ​ເຫລົ້າ​ມຶນເມົາ ແລະ ຄວາມກັງວົນ​ຂອງ​ຊີວິດ ແລະ ວັນ​ນັ້ນ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ຢ່າງ​ໄວ​ເໝືອນ​ກັບ​ບ້ວງແຮ້ວ.


ແລະ ເວົ້າ​ວ່າ, “ທຸກຄົນ​ກໍ​ເຄີຍ​ເອົາ​ເຫລົ້າອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ ເມື່ອ​ແຂກ​ທັງຫລາຍ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ລາຄາ​ຖືກ​ກວ່າ​ມາ​ໃຫ້ ແຕ່​ເຈົ້າ​ພັດ​ເກັບ​ເຫລົ້າອະງຸ່ນ​ທີ່​ດີ​ທີ່ສຸດ​ໄວ້​ຈົນ​ເຖິງ​ດຽວນີ້”.


ບາຣະນາບາ​ເປັນ​ຄົນ​ດີ, ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວ​ຈຶ່ງ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.


ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.


ເພາະ​ເມື່ອ​ພວກເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ, ບາງຄົນ​ໃນ​ພວກເຈົ້າ​ກໍ​ຮັບປະທານ​ອາຫານ​ຂອງ​ຕົນ​ກ່ອນ. ດ້ວຍເຫດນັ້ນ ຈຶ່ງ​ມີ​ຄົນ​ໜຶ່ງ​ທີ່​ຍັງ​ຫິວ​ຢູ່ ແລະ ອີກ​ຄົນ​ໜຶ່ງ​ກໍ​ເມົາ​ແລ້ວ.


ແຕ່​ບັດນີ້ ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ຕ້ອງ​ບໍ່​ໄປ​ຄົບຫາ​ກັບ​ຄົນ​ທີ່​ອ້າງ​ຕົນເອງ​ວ່າ​ເປັນ​ພີ່ນ້ອງ ແຕ່​ຍັງ​ເຮັດ​ຜິດສິນທຳທາງເພດ ຫລື ໂລບ, ເປັນ​ຄົນ​ຂາບໄຫວ້​ຮູບເຄົາລົບ ຫລື ເປັນ​ຄົນ​ໃສ່ຮ້າຍປ້າຍສີ​ຄົນອື່ນ, ເປັນ​ຄົນ​ຂີ້ເຫລົ້າ ຫລື ເປັນ​ຄົນ​ສໍ້ໂກງ. ຄົນ​ແບບ​ນີ້​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຮ່ວມ​ຮັບປະທານ​ອາຫານ​ນໍາ.


ຫລື ຄົນຂີ້ລັກ, ຫລື ຄົນໂລບ, ຫລື ຄົນຂີ້ເຫລົ້າ, ຫລື ຄົນ​ໃສ່ຮ້າຍປ້າຍສີ ຫລື ຄົນສໍ້ໂກງ ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.


ເພາະ​ຜູ້​ທີ່​ນອນຫລັບ​ກໍ​ຫລັບ​ໃນ​ເວລາ​ກາງຄືນ, ຜູ້​ທີ່​ເມົາເຫລົ້າ​ກໍ​ເມົາ​ໃນ​ເວລາ​ກາງຄືນ.


ຄື​ຜູ້ປົກຄອງ​ນັ້ນ​ຕ້ອງ​ບໍ່ມີຕຳໜິ, ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ມີ​ລູກ​ທີ່​ເຊື່ອ​ໃນ​ພຣະເຈົ້າ ແລະ ບໍ່​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ປ່າເຖື່ອນ ແລະ ບໍ່ເຊື່ອຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka