16 ຈົ່ງຮູ້ຈັກໃຊ້ທຸກໂອກາດ ເພາະເວລານີ້ເປັນຍຸກຊົ່ວຮ້າຍ.
16 ຈົ່ງສວຍໂອກາດ ເພາະທຸກວັນນີ້ເປັນຄາວຊົ່ວຮ້າຍ.
ຄົນທີ່ໄດ້ຮັບສອງຖົງກໍເໝືອນກັນໄດ້ກຳໄລມາອີກສອງຖົງ.
ແລ້ວພຣະເຢຊູເຈົ້າໄດ້ບອກພວກເຂົາວ່າ, “ພວກເຈົ້າຈະມີຄວາມສະຫວ່າງອີກໜ້ອຍໜຶ່ງ. ຈົ່ງເດີນຕໍ່ໄປຂະນະທີ່ຍັງມີແສງສະຫວ່າງຢູ່ ກ່ອນທີ່ຄວາມມືດຈະຄອບຄອງພວກເຈົ້າ, ຜູ້ທີ່ເດີນຢູ່ໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປໃສ.
ແລະ ຈົ່ງເຮັດຢ່າງນີ້, ຈົ່ງເຂົ້າໃຈເວລາປັດຈຸບັນຄື ເຖິງເວລາແລ້ວ ທີ່ພວກເຈົ້າຈະຕື່ນຈາກຫລັບ ເພາະວ່າບັດນີ້ ຄວາມພົ້ນຂອງພວກເຮົາແມ່ນໃກ້ເຂົ້າມາຫລາຍຂຶ້ນກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດ.
ເນື່ອງຈາກວິກິດການໃນປັດຈຸບັນນີ້, ເຮົາຄິດວ່າເປັນການດີທີ່ຜູ້ຊາຍຈະຢູ່ຕາມຖານະທີ່ຕົນເປັນຢູ່ນັ້ນ.
ພຣະອົງຜູ້ໄດ້ສະຫລະພຣະອົງເອງເພື່ອຄວາມບາບທັງຫລາຍຂອງພວກເຮົາ ເພື່ອຊ່ວຍຊີວິດພວກເຮົາຈາກຍຸກປັດຈຸບັນອັນຊົ່ວຮ້າຍນີ້, ຕາມຄວາມປະສົງຂອງພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາ,
ເຫດສະນັ້ນ, ເມື່ອພວກເຮົາມີໂອກາດ ໃຫ້ພວກເຮົາເຮັດດີຕໍ່ທຸກຄົນ ໂດຍສະເພາະຕໍ່ຄົນທີ່ຢູ່ໃນຄອບຄົວແຫ່ງຄວາມເຊື່ອ.
ເຫດສະນັ້ນ ຈົ່ງສວມຍຸດທະພັນຄົບຊຸດຂອງພຣະເຈົ້າ ເພື່ອວ່າເມື່ອວັນຊົ່ວຮ້າຍມາເຖິງ ພວກເຈົ້າຈະສາມາດຢືນຕົວໄດ້ ແລະ ຫລັງຈາກພວກເຈົ້າໄດ້ເຮັດທຸກສິ່ງແລ້ວກໍຢືນຕົວຢູ່ໄດ້.
ແລະ ເອົາຄວາມພ້ອມທີ່ມາຈາກຂ່າວປະເສີດແຫ່ງສັນຕິສຸກມາສຸບໃສ່ຕີນຂອງພວກເຈົ້າ.
ຈົ່ງສະຫລາດໃນການປະຕິບັດຕໍ່ຄົນພາຍນອກ ຈົ່ງໃຊ້ທຸກໂອກາດໃຫ້ເປັນປະໂຫຍດທີ່ສຸດ.