Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ​ພຣະຄຣິດ​ຈະ​ສ່ອງ​ສະຫວ່າງ​ໃສ່​ເຈົ້າ.”

Uka jalj uñjjattʼäta Copia luraña




ເອເຟໂຊ 5:14
23 Jak'a apnaqawi uñst'ayäwi  

ເພາະ​ໂດຍ​ຄວາມ​ເມດຕາ​ອັນ​ອ່ອນໂຍນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງເຊົ້າ​ຈາກ​ສະຫວັນ​ຈະ​ມາ​ຫາ​ພວກເຮົາ


ເພາະ​ລູກຊາຍ​ຄົນ​ນີ້​ຂອງ​ເຮົາ​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ, ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ພາກັນ​ສະຫລອງ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.


ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ໃນ​ໂລກ​ນີ້ ເຮົາ​ກໍ​ເປັນ​ຄວາມສະຫວ່າງ​ຂອງ​ໂລກ”.


ເພາະ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ພວກເຮົາ​ໄວ້​ວ່າ: “‘ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ແສງສະຫວ່າງ​ແກ່​ຄົນຕ່າງຊາດ ເພື່ອ​ເຈົ້າ​ຈະ​ນຳ​ຄວາມພົ້ນ​ໄປ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນໂລກ’”.


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ສ່ວນ​ພວກເຈົ້າ​ນັ້ນ, ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ແລະ ໃນ​ຄວາມບາບ​ຂອງ​ພວກເຈົ້າ,


ຈຶ່ງ​ເຮັດ​ໃຫ້​ພວກເຮົາ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ ແມ່ນແຕ່​ເມື່ອ​ພວກເຮົາ​ໄດ້​ຕາຍ​ແລ້ວ​ໃນ​ການລ່ວງລະເມີດ ຄື​ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ດ້ວຍ​ພຣະຄຸນ.


ຖ້າ​ພວກເຈົ້າ​ໄດ້​ຮັບ​ການ​ເຮັດ​ໃຫ້​ເປັນຄືນມາ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ແລ້ວ ກໍ​ຈົ່ງ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົດຈໍ່​ກັບ​ສິ່ງ​ທີ່​ຢູ່​ເບື້ອງເທິງ ບ່ອນ​ທີ່​ພຣະຄຣິດເຈົ້າ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ດັ່ງນັ້ນ ຢ່າ​ໃຫ້​ພວກເຮົາ​ເປັນ​ເໝືອນ​ຄົນ​ອື່ນໆ​ທີ່​ນອນຫລັບ​ຢູ່, ແຕ່​ພວກເຮົາ​ຈົ່ງ​ຕື່ນຕົວ ແລະ ມີ​ສະຕິ​ຢູ່.


ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ


ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka