Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຢ່າ​ມີສ່ວນ​ກັບ​ກິດຈະການ​ຂອງ​ຄວາມມືດ​ທີ່​ບໍ່​ມີ​ຜົນ, ແຕ່​ຈົ່ງ​ເປີດເຜີຍ​ການກະທຳ​ເຫລົ່ານັ້ນ​ອອກມາ​ກໍ​ດີ​ກວ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຢ່າ​ເຂົ້າ​ໄປ​ມີ​ສ່ວນ​ໃດໆ​ກັບ​ການ​ກະທຳ​ຝ່າຍ​ຄວາມມືດ ອັນ​ບໍ່ມີ​ປະໂຫຍດ​ຫຍັງ ແຕ່​ຈົ່ງ​ເປີດເຜີຍ​ສິ່ງ​ເຫຼົ່ານັ້ນ ອອກ​ມາ​ສູ່​ຄວາມ​ສະຫວ່າງ​ກໍດີກວ່າ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:11
48 Jak'a apnaqawi uñst'ayäwi  

“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່​ເຈົ້າ ຈົ່ງ​ໄປ​ແຈ້ງ​ຄວາມຜິດ​ນັ້ນ​ແກ່​ພວກເຂົາ​ສອງຕໍ່ສອງ. ຖ້າ​ພວກເຂົາ​ຍອມ​ຟັງ ເຈົ້າ​ກໍ​ຈະ​ໄດ້​ພວກເຂົາ​ນັ້ນ​ຄືນ​ມາ,


ແຕ່​ເມື່ອ​ໂຢຮັນ​ຕຳໜິ​ເຮໂຣດ​ຜູ້ປົກຄອງ​ເມືອງ​ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ, ເມຍ​ຂອງ​ນ້ອງຊາຍ​ຂອງ​ຕົນ ແລະ ສິ່ງ​ຊົ່ວຮ້າຍ​ຫລາຍ​ຢ່າງ​ທີ່​ເພິ່ນ​ໄດ້​ເຮັດ,


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ກາງຄືນ​ໃກ້​ຈະ​ໝົດ​ໄປ ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ດັ່ງນັ້ນ ໃຫ້​ພວກເຮົາ​ຖອດ​ພຶດຕິກຳ​ຂອງ​ຄວາມມືດ​ອອກໄປ ແລະ ສວມ​ຍຸດທະພັນ​ຂອງ​ຄວາມສະຫວ່າງ.


ພີ່ນ້ອງ​ທັງຫລາຍ ເຮົາ​ຂໍ​ໃຫ້​ພວກເຈົ້າ​ລະວັງ​ບັນດາ​ຜູ້​ທີ່​ເປັນເຫດ​ໃຫ້​ເກີດ​ຄວາມແຕກແຍກ ແລະ ເປັນເຫດ​ໃຫ້​ພວກເຈົ້າ​ສະດຸດ ເຊິ່ງ​ຂັດ​ກັບ​ຫລັກຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ. ຈົ່ງ​ຢູ່​ຫ່າງ​ຈາກ​ຄົນ​ພວກເຂົາ.


ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ສິ່ງ​ເຫລົ່ານັ້ນ ເຊິ່ງ​ເວລາ​ນີ້​ພວກເຈົ້າ​ກໍ​ລະອາຍໃຈ? ຜົນ​ຂອງ​ສິ່ງ​ເຫລົ່ານັ້ນ​ກໍ​ຄື​ຄວາມຕາຍ!


ຜູ້ໃດ​ກໍ​ຕາມ​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ເນື້ອໜັງ​ຂອງ​ຕົນ, ກໍ​ຈະ​ເກັບກ່ຽວ​ຄວາມພິນາດ​ຈາກ​ເນື້ອໜັງ​ນັ້ນ, ຜູ້​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ພຣະວິນຍານ ກໍ​ຈະ​ເກັບກ່ຽວ​ຊີວິດ​ນິລັນດອນ​ຈາກ​ພຣະວິນຍານ.


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ເພາະ​ແມ່ນແຕ່​ເອີ່ຍ​ເຖິງ​ສິ່ງ​ທີ່​ຜູ້​ບໍ່ເຊື່ອຟັງ​ເຮັດ​ໃນ​ທີ່​ລັບລີ້​ນັ້ນ​ກໍ​ຍັງ​ໜ້າອັບອາຍ.


ເຫດສະນັ້ນ ຢ່າ​ເປັນ​ຫຸ້ນສ່ວນ​ກັບ​ພວກເຂົາ.


ແລະ ໂມທະນາ​ຂອບພຣະຄຸນ​ຢ່າງ​ຊື່ນຊົມຍິນດີ​ຕໍ່​ພຣະບິດາເຈົ້າ ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ເໝາະສົມ​ທີ່​ຈະ​ມີ​ສ່ວນ​ໃນ​ມໍລະດົກ​ຂອງ​ຄົນ​ບໍລິສຸດ​ຂອງ​ພຣະອົງ​ໃນ​ອານາຈັກ​ແຫ່ງ​ຄວາມສະຫວ່າງ.


ເພາະ​ຜູ້​ທີ່​ນອນຫລັບ​ກໍ​ຫລັບ​ໃນ​ເວລາ​ກາງຄືນ, ຜູ້​ທີ່​ເມົາເຫລົ້າ​ກໍ​ເມົາ​ໃນ​ເວລາ​ກາງຄືນ.


ຜູ້ໃດ​ບໍ່​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພວກເຮົາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ໄວ້​ເປັນ​ພິເສດ. ຢ່າ​ໄປ​ຄົບຫາ​ກັບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ຮູ້ສຶກ​ລະອາຍໃຈ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


ແຕ່​ບັນດາ​ຜູ້ປົກຄອງ​ຜູ້​ທີ່​ເຮັດ​ບາບ​ນັ້ນ​ເຈົ້າ​ຈົ່ງ​ກ່າວ​ຕັກເຕືອນ​ຕໍ່ໜ້າ​ຄົນ​ທັງຫລາຍ, ເພື່ອ​ວ່າ​ຄົນ​ອື່ນໆ​ຈະ​ໄດ້​ລະວັງ.


ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອີກ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ກ່າວ​ວ່າ: “ບັນດາ​ຄົນ​ຂອງ​ເຮົາ, ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ, ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ບໍ່​ໄດ້​ມີ​ສ່ວນຮ່ວມ​ໃນ​ການ​ບາບ​ຂອງ​ນາງ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ໄພພິບັດ​ໃດໆ​ທີ່​ຈະ​ເກີດຂຶ້ນ​ກັບ​ນາງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka