Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ຈົ່ງ​ພິສູດ​ວ່າ​ອັນໃດ​ເປັນ​ທີ່​ອົງພຣະຜູ້ເປັນເຈົ້າ​ພໍໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເຈົ້າ​ທັງຫລາຍ​ຈົ່ງ​ພະຍາຍາມ​ຮຽນ​ຮູ້ຈັກ​ວ່າ, ເຮັດ​ອັນ​ໃດ​ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:10
16 Jak'a apnaqawi uñst'ayäwi  

ເພາະວ່າ ຜູ້ໃດ​ທີ່​ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ນີ້​ກໍ​ເປັນ​ທີ່​ພໍໃຈ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ມະນຸດ​ດ້ວຍ.


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ແຕ່​ຈົ່ງ​ທົດສອບ​ທຸກສິ່ງ. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.


ການກະທຳ​ເຊັ່ນ​ນີ້​ເປັນ​ສິ່ງ​ທີ່​ດີ ແລະ ເປັນ​ທີ່​ພໍໃຈ​ພຣະເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ແຕ່​ຖ້າ​ແມ່ໝ້າຍ​ຄົນໃດ​ມີ​ລູກ ຫລື ຫລານ ກ່ອນອື່ນໝົດ​ຈະ​ຕ້ອງ​ໃຫ້​ລູກຫລານ​ເຫລົ່ານັ້ນ​ໄດ້​ຮຽນຮູ້​ປະຕິບັດ​ຕາມ​ຫລັກ​ຂອງ​ສາສະໜາ​ໂດຍ​ການ​ເອົາໃຈໃສ່​ເບິ່ງແຍງ​ຄອບຄົວ​ຂອງ​ຕົນເອງ​ອັນ​ເປັນ​ການຕອບແທນ​ແກ່​ພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້, ເພາະ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ກຳລັງ​ໄດ້​ຮັບ​ອານາຈັກ​ທີ່​ບໍ່​ສາມາດ​ສັ່ນສະເທືອນ​ໄດ້, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ ແລະ ນະມັດສະການ​ພຣະເຈົ້າ​ຕາມ​ທີ່​ສົມຄວນ​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ,


ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.


ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka