Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່ວ່າ​ພຣະຄຸນ​ນັ້ນ​ມອບ​ໃຫ້​ແກ່​ພວກເຮົາ​ແຕ່ລະຄົນ​ຕາມ​ທີ່​ພຣະຄຣິດເຈົ້າ​ໄດ້​ກຳນົດ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແຕ່​ວ່າ​ພຣະຄຸນ​ນັ້ນ ຊົງ​ໂຜດ​ປະທານ​ແກ່​ເຮົາ​ທຸກໆ​ຄົນ ຕາມ​ຂອງ​ພຣະຣາຊທານ​ທີ່​ພຣະຄຣິດ​ໄດ້​ຊົງ​ກຳນົດ​ໄວ້.

Uka jalj uñjjattʼäta Copia luraña




ເອເຟໂຊ 4:7
13 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ມອບ​ຄຳ​ຫ້າ​ຖົງ​ໃຫ້​ຄົນ​ໜຶ່ງ, ສອງ​ຖົງ​ໃຫ້​ຄົນ​ໜຶ່ງ ແລະ ໜຶ່ງ​ຖົງ​ໃຫ້​ອີກ​ຄົນ​ໜຶ່ງ, ຕາມ​ຄວາມ​ສາມາດ​ຂອງ​ແຕ່ລະຄົນ ແລ້ວ​ເພິ່ນ​ກໍ​ອອກ​ເດີນທາງ​ໄປ.


ເພາະ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ​ກໍ​ຈະ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ, ເພາະວ່າ​ພຣະເຈົ້າ​ມອບ​ພຣະວິນຍານ​ໃຫ້​ໂດຍ​ບໍ່​ຈຳກັດ.


ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ແນ່ນອນ ພວກເຈົ້າ​ຄົງ​ໄດ້​ຍິນ​ເຖິງ​ພາລະກິດ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ເພື່ອ​ພວກເຈົ້າ​ທັງຫລາຍ,


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.


ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka