Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ມີ​ພຣະເຈົ້າ​ອົງ​ດຽວ ແລະ ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ, ຜູ້​ສະຖິດ​ຢູ່​ເໜືອ​ຄົນ​ທັງປວງ ແລະ ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ ຜູ້​ຊົງ​ສະຖິດ​ຢູ່​ເທິງ​ຄົນ​ທັງປວງ, ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:6
31 Jak'a apnaqawi uñst'ayäwi  

ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


“ດ້ວຍເຫດນີ້, ພວກເຈົ້າ​ຄວນ​ຈະ​ອະທິຖານ​ດັ່ງນີ້​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ​ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ຢູ່​ໃນ​ສະຫວັນ, ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ,


ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ຮັກ​ພວກເຂົາ, ພຣະບິດາເຈົ້າ​ກັບ​ເຮົາ​ຈະ​ມາ​ຫາ​ພວກເຂົາ ແລະ ຈະ​ຢູ່​ກັບ​ພວກເຂົາ.


ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ນາມ​ຂອງ​ພຣະອົງ ແລະ ຈະ​ເຮັດ​ໃຫ້​ພວກເຂົາ​ຮູ້ຈັກ​ອີກ ເພື່ອ​ຄວາມຮັກ​ທີ່​ພຣະອົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ໃນ​ພວກເຂົາ ແລະ ເພື່ອ​ຂ້ານ້ອຍ​ເອງ​ຈະ​ຢູ່​ໃນ​ພວກເຂົາ​ເໝືອນກັນ”.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.


ດ້ວຍວ່າ ສິ່ງສາລະພັດ​ມາ​ຈາກ​ພຣະອົງ ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ ຂໍ​ໃຫ້​ສະຫງ່າລາສີ ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ມີ​ການງານ​ຫລາຍ​ຢ່າງ​ແຕກຕ່າງກັນ ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວ​ກັນ​ກະທຳ​ການ​ທັງໝົດ​ໃນ​ຄົນ​ທັງປວງ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ແຕ່​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ ສິ່ງສາລະພັດ​ທັງປວງ​ກໍ​ມາ​ຈາກ​ພຣະອົງ ແລະ ພວກເຮົາ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະອົງ ແລະ ມີ​ອົງພຣະຜູ້ເປັນເຈົ້າ​ແຕ່​ອົງ​ດຽວ ຄື​ພຣະເຢຊູຄຣິດເຈົ້າ, ສິ່ງ​ສາລະພັດ​ເປັນ​ມາ​ໂດຍ​ພຣະອົງ ແລະ ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະອົງ.


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ສູງ​ກວ່າ​ຜູ້ປົກຄອງ ແລະ ຜູ້​ມີ​ສິດອຳນາດ​ທັງໝົດ, ຜູ້​ມີ​ລິດອຳນາດ ແລະ ຜູ້​ມີ​ອານຸພາບ ແລະ ເໜືອ​ທຸກ​ນາມ​ທີ່​ຖືກ​ເອີ່ຍ​ຂຶ້ນ, ບໍ່​ພຽງ​ແຕ່​ໃນ​ຍຸກ​ປັດຈຸບັນ​ເທົ່ານັ້ນ ແຕ່​ໃນ​ຍຸກ​ທີ່​ຈະມາ​ເຖິງ​ດ້ວຍ.


ແລະ ໃນ​ພຣະອົງ​ນັ້ນ ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ກຳລັງ​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍກັນ​ເພື່ອ​ໃຫ້​ກາຍ​ເປັນ​ບ່ອນ​ສະຖິດ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ໂດຍ​ພຣະວິນຍານ​ຂອງ​ພຣະອົງ.


ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ຂໍ​ໃຫ້​ສັນຕິສຸກ ແລະ ຄວາມຮັກ​ພ້ອມດ້ວຍ​ຄວາມເຊື່ອ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພີ່ນ້ອງ​ທັງຫລາຍ.


ຜູ້ໃດ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ພຣະເຈົ້າ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຂົາ. ນີ້​ແມ່ນ​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ພວກເຮົາ​ຄື: ພວກເຮົາ​ຮູ້​ໂດຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka