Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ມີ​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ, ຄວາມເຊື່ອ​ດຽວ, ບັບຕິສະມາ​ດຽວ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ມີ​ຄວາມເຊື່ອ​ດຽວ ແລະ ມີ​ບັບຕິສະມາ​ດຽວ,

Uka jalj uñjjattʼäta Copia luraña




ເອເຟໂຊ 4:5
28 Jak'a apnaqawi uñst'ayäwi  

ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


“ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.


ດ້ວຍວ່າ ມີ​ພຣະເຈົ້າ​ພຽງ​ແຕ່​ອົງ​ດຽວ, ພຣະອົງ​ຈະ​ຖືວ່າ​ຄົນ​ທີ່​ຮັບພິທີຕັດ​ນັ້ນ​ເປັນຄົນຊອບທຳ​ໂດຍ​ຄວາມເຊື່ອ ແລະ ຈະ​ຖືວ່າ​ຄົນ​ທີ່​ບໍ່ຮັບພິທີຕັດ​ກໍ​ເປັນ​ຄົນຊອບທຳ​ໂດຍ​ທາງ​ຄວາມເຊື່ອ​ເໝືອນກັນ.


ພຣະຄຣິດເຈົ້າ​ຖືກ​ແບ່ງ​ແຍກ​ແລ້ວ​ບໍ? ໂປໂລ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ເພື່ອ​ພວກເຈົ້າ​ບໍ? ພວກເຈົ້າ​ໄດ້ຮັບ​ບັບຕິສະມາ​ເຂົ້າ​ໃນ​ນາມ​ຂອງ ໂປໂລ ຊັ້ນ​ບໍ?


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.


ງານຮັບໃຊ້​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ​ກັນ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ແຕ່​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ ສິ່ງສາລະພັດ​ທັງປວງ​ກໍ​ມາ​ຈາກ​ພຣະອົງ ແລະ ພວກເຮົາ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະອົງ ແລະ ມີ​ອົງພຣະຜູ້ເປັນເຈົ້າ​ແຕ່​ອົງ​ດຽວ ຄື​ພຣະເຢຊູຄຣິດເຈົ້າ, ສິ່ງ​ສາລະພັດ​ເປັນ​ມາ​ໂດຍ​ພຣະອົງ ແລະ ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະອົງ.


ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ຈົນ​ກວ່າ​ພວກເຮົາ​ທັງໝົດ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ຄວາມເຊື່ອ ແລະ ໃນ​ຄວາມຮູ້​ເຖິງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ກາຍເປັນ​ຄົນ​ທີ່​ເຕີບໃຫຍ່ ຄື​ການ​ບັນລຸ​ເຖິງ​ຂະໜາດ​ຄວາມສົມບູນ​ຂອງ​ພຣະຄຣິດເຈົ້າ.


ແລະ ທຸກ​ລິ້ນ​ຈະ​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ, ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ພຣະບິດາ.


ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ ແລະ ເພື່ອ​ຄວາມຮູ້​ເຖິງ​ຄວາມຈິງ​ອັນ​ນໍາ​ໄປ​ສູ່​ທາງ​ພຣະເຈົ້າ


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


ແລະ ຜູ້​ທີ່​ຫລົງທາງ​ໄປ​ແລ້ວ​ກໍ​ເຫລືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ໄດ້​ອີກ. ເພາະ​ການຫລົງໄປ​ຂອງ​ພວກເຂົາ​ໄດ້​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເທິງ​ໄມ້ກາງແຂນ​ອີກ ແລະ ເຮັດ​ໃຫ້​ພຣະອົງ​ໄດ້​ຮັບ​ຄວາມອັບອາຍ​ຕໍ່ໜ້າ​ຄົນ​ຈຳນວນ​ຫລາຍ.


ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”. ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ.


ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:


ສ່ວນ​ພວກທ່ານ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເສີມສ້າງ​ກັນ​ຂຶ້ນ​ໃນ​ຄວາມເຊື່ອ​ອັນ​ບໍລິສຸດ​ທີ່​ພວກທ່ານ​ມີ​ຢູ່ ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານບໍລິສຸດເຈົ້າ


ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka