Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:31 - ພຣະຄຳພີລາວສະບັບສະໄໝໃໝ່

31 ຈົ່ງ​ກຳຈັດ​ຄວາມຂົມຂື່ນ​ທັງໝົດ, ຄວາມໂກດແຄ້ນ ແລະ ຄວາມໃຈຮ້າຍ, ການຜິດຖຽງກັນ ແລະ ການ​ໃສ່ຮ້າຍປ້າຍສີ ພ້ອມ​ທັງ​ການປອງຮ້າຍ​ທຸກ​ຮູບແບບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

31 ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:31
62 Jak'a apnaqawi uñst'ayäwi  

ຄົນ​ທົ່ວ​ເມືອງ​ກໍ​ແຕກຕື່ນ ແລະ ຄົນ​ແລ່ນ​ມາ​ຈາກ​ທຸກ​ທິດ. ຈັບ​ໂປໂລ, ພວກເຂົາ​ໄດ້​ລາກ​ໂຕ​ເພິ່ນ​ອອກ​ຈາກ​ວິຫານ​ແລ້ວ​ອັດ​ປະຕູ​ທັນທີ.


“ປາກ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບແຊ່ງ ແລະ ຄຳ​ຂົມຂື່ນ”.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.


ເຫດສະນັ້ນ, ໃຫ້​ພວກເຮົາ​ຖື​ຮັກສາ​ເທດສະການ​ນີ້​ບໍ່​ແມ່ນ​ດ້ວຍ​ແປ້ງ​ເຂົ້າຈີ່​ເກົ່າ​ທີ່​ມີ​ຄວາມ​ອາຄາດ​ບາດໝາງ ແລະ ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ທີ່​ບໍ່​ມີ​ເຊື້ອ ຄື​ເຂົ້າຈີ່​ແຫ່ງ​ຄວາມຈິງໃຈ ແລະ ຄວາມຈິງ.


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ການຂາບໄຫວ້​ຮູບເຄົາລົບ ແລະ ການ​ໃຊ້​ຄາຖາ; ການ​ກຽດຊັງ, ການແຕກແຍກ, ການ​ຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການ​ຂັດແຍ້ງ, ການແບ່ງພັກແບ່ງພວກ


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ເຫດສະນັ້ນ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ປະຖິ້ມ​ຄວາມ​ບໍ່​ຈິງ ແລະ ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ເພື່ອນບ້ານ​ຂອງ​ພວກເຈົ້າ, ເພາະ​ພວກເຮົາ​ທຸກ​ຄົນ​ເປັນ​ອະໄວຍະວະ​ໃນ​ກາຍ​ດຽວ​ກັນ.


“ໃນ​ຄວາມໃຈຮ້າຍ​ຂອງ​ພວກເຈົ້າ​ນັ້ນ​ຢ່າ​ໄດ້​ເຮັດ​ບາບ”. ຢ່າ​ໃຈຮ້າຍ​ຢູ່​ຈົນ​ເຖິງ​ຕາເວັນ​ຕົກ​ດິນ,


ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງ​ຕົນ ແລະ ຢ່າ​ເຮັດ​ຄວາມຮຸນແຮງ​ຕໍ່​ນາງ.


ແຕ່​ບັດນີ້ ພວກເຈົ້າ​ຈົ່ງ​ກຳຈັດ​ສິ່ງ​ເຫລົ່ານີ້​ທັງໝົດ​ຈາກ​ພວກເຈົ້າ​ຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການ​ໃສ່ຮ້າຍປ້າຍສີ ແລະ ຄຳເວົ້າ​ເປື້ອນເປິ​ຈາກ​ປາກ​ຂອງ​ພວກເຈົ້າ.


ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.


ຢ່າ​ເຂົ້າຮ່ວມ​ກັບ​ການໂຕ້ຖຽງ​ອັນ​ໂງ່ຈ້າ ແລະ ໄຮ້ສາລະ​ຕ່າງໆ ເພາະ​ເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ເຫລົ່ານີ້​ກໍ່​ໃຫ້​ເກີດ​ການຜິດຖຽງກັນ.


ປາດສະຈາກ​ຄວາມຮັກ, ບໍ່ໃຫ້ອະໄພ, ມັກ​ໃສ່ຮ້າຍປ້າຍສີ, ປາດສະຈາກ​ການຄວບຄຸມ​ຕົນເອງ, ຮ້າຍກາດ, ບໍ່​ເປັນ​ຄົນ​ຮັກ​ຄວາມດີ,


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ,


ແຕ່​ຖ້າພວກເຈົ້າ​ຂົມຂື່ນ​ດ້ວຍ​ໃຈ​ອິດສາ ແລະ ທະເຍີທະຍານ​ຢ່າງ​ເຫັນແກ່ໂຕ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ ກໍ​ຢ່າ​ໂອ້ອວດ​ເຖິງ​ເລື່ອງ​ນັ້ນ ຫລື ປະຕິເສດ​ຄວາມຈິງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


ຢ່າ​ເປັນ​ເໝືອນ​ກາອິນ​ຜູ້​ເປັນ​ຝ່າຍ​ມານຊົ່ວຮ້າຍ ແລະ ໄດ້​ຂ້າ​ນ້ອງຊາຍ​ຂອງ​ຕົນ. ເປັນຫຍັງ​ລາວ​ຈຶ່ງ​ຂ້າ​ນ້ອງຊາຍ? ກໍ​ເພາະ​ການກະທຳ​ຂອງ​ຕົນເອງ​ຊົ່ວຮ້າຍ ແລະ ການກະທຳ​ຂອງ​ນ້ອງຊາຍ​ນັ້ນ​ຊອບທຳ.


ຜູ້ໃດ​ກໍ​ຕາມ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ເປັນ​ຜູ້ຂ້າຄົນ ແລະ ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ບໍ່​ມີ​ຜູ້ຂ້າຄົນ​ຜູ້ໃດ​ທີ່​ມີ​ຊີວິດ​ນິລັນດອນ​ເປັນ​ຂອງ​ຜູ້ນັ້ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ໃນ​ສະຫວັນ​ກ່າວ​ວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ສິດອຳນາດ​ແຫ່ງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເພາະ​ຜູ້​ທີ່​ກ່າວໂທດ​ບັນດາ​ພີ່ນ້ອງ​ຂອງ​ພວກເຮົາ, ຜູ້​ທີ່​ກ່າວໂທດ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ທັງ​ກາງເວັນ ແລະ ກາງຄືນ. ໄດ້​ຖືກ​ໂຍນ​ລົງ​ໄປ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka