Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ເຫດສະນັ້ນ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ປະຖິ້ມ​ຄວາມ​ບໍ່​ຈິງ ແລະ ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ເພື່ອນບ້ານ​ຂອງ​ພວກເຈົ້າ, ເພາະ​ພວກເຮົາ​ທຸກ​ຄົນ​ເປັນ​ອະໄວຍະວະ​ໃນ​ກາຍ​ດຽວ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:25
42 Jak'a apnaqawi uñst'ayäwi  

ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າ ພວກເຮົາ​ຫລາຍຄົນ​ກໍ​ປະກອບ​ເຂົ້າ​ເປັນ​ກາຍ​ດຽວ ແລະ ແຕ່ລະ​ອະໄວຍະວະ​ກໍ​ເປັນ​ສ່ວນຫນຶ່ງ​ຂອງ​ອະໄວຍະວະ​ທັງໝົດ​ສັນນັ້ນ.


ເນື່ອງຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ຜູ້​ມີ​ຫລາຍ​ຄົນ​ຈຶ່ງ​ເປັນ​ກາຍ​ດຽວ​ກັນ ເພາະ​ພວກເຮົາ​ທຸກຄົນ​ຮ່ວມ​ກິນ​ເຂົ້າຈີ່​ກ້ອນ​ດຽວ​ກັນ.


ເຮົາ​ໄດ້​ອວດ​ເຖິງ​ພວກເຈົ້າ​ຕໍ່​ເພິ່ນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ອັບອາຍ​ເລີຍ. ແຕ່​ທຸກສິ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ​ເປັນ​ຄວາມຈິງ​ຢ່າງໃດ, ສິ່ງ​ທີ່​ເຮົາ​ໄດ້​ອວດ​ຕີໂຕ​ກ່ຽວກັບ​ພວກເຈົ້າ ກໍ​ພິສູດ​ແລ້ວ​ວ່າ​ເປັນ​ຄວາມຈິງ​ຢ່າງນັ້ນ.


ແຕ່​ການ​ກ່າວຄວາມຈິງ​ດ້ວຍ​ຄວາມຮັກ, ພວກເຮົາ​ຈະ​ເຕີບໃຫຍ່​ຂຶ້ນ​ໃນ​ທຸກ​ດ້ານ​ຈົນ​ເຖິງ​ຄວາມ​ເປັນ​ຜູ້ໃຫຍ່​ໃນ​ພຣະ​ກາຍ​ຂອງ​ພຣະອົງ​ຜູ້​ເປັນ​ຫົວ, ຄື​ພຣະຄຣິດເຈົ້າ.


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ຈົ່ງ​ກຳຈັດ​ຄວາມຂົມຂື່ນ​ທັງໝົດ, ຄວາມໂກດແຄ້ນ ແລະ ຄວາມໃຈຮ້າຍ, ການຜິດຖຽງກັນ ແລະ ການ​ໃສ່ຮ້າຍປ້າຍສີ ພ້ອມ​ທັງ​ການປອງຮ້າຍ​ທຸກ​ຮູບແບບ.


ເພາະວ່າ​ພວກເຮົາ​ທັງຫລາຍ​ເປັນ​ອະໄວຍະວະ​ໃນ​ກາຍ​ຂອງ​ພຣະອົງ.


ແຕ່​ບັດນີ້ ພວກເຈົ້າ​ຈົ່ງ​ກຳຈັດ​ສິ່ງ​ເຫລົ່ານີ້​ທັງໝົດ​ຈາກ​ພວກເຈົ້າ​ຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການ​ໃສ່ຮ້າຍປ້າຍສີ ແລະ ຄຳເວົ້າ​ເປື້ອນເປິ​ຈາກ​ປາກ​ຂອງ​ພວກເຈົ້າ.


ຢ່າ​ເວົ້າ​ຕົວະ​ຕໍ່​ກັນ ເພາະ​ພວກເຈົ້າ​ໄດ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ພ້ອມ​ກັບ​ຄວາມປະພຶດ​ແບບ​ເກົ່າ​ຖິ້ມ​ແລ້ວ


ຄົນ​ຜິດສິນທຳທາງເພດ ແລະ ບັນດາ​ຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດ​ກັບ​ຄົນຂີ້ຕົວະ ແລະ ຄົນ​ໃຫ້​ຄຳພະຍານ​ບໍ່​ຈິງ ແລະ ສິ່ງ​ອື່ນ​ອີກ​ທີ່​ຂັດ​ກັບ​ຄຳສອນ​ອັນ​ມີ​ຫລັກ.


ການສັ່ງສອນ​ດັ່ງກ່າວ​ແມ່ນ​ມາ​ທາງ​ບັນດາ​ຄົນ​ຂີ້ຕົວະ​ທີ່​ໜ້າຊື່ໃຈຄົດ, ຜູ້​ທີ່​ມີ​ຈິດສຳນຶກ​ທີ່​ຕາຍ​ດ້ານ.


ຜູ້ທຳນວາຍ​ຄົນ​ໜຶ່ງ​ຈາກ​ເກາະ​ກາເຣເຕ​ເອງ​ໄດ້​ກ່າວ​ວ່າ: “ຊາວ​ກະເຣເຕ​ເປັນ​ຄົນ​ມັກ​ຕົວະ​ສະເໝີ, ເປັນ​ສັດເດຍລະສານ​ຊົ່ວຮ້າຍ, ເປັນ​ຄົນ​ຂີ້ຄ້ານ​ມັກ​ງ່າຍ”


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka