23 ເພື່ອຮັບການສ້າງໃໝ່ໃນທັດສະນະຄະຕິຂອງຈິດໃຈຂອງພວກເຈົ້າ,
23 ແລະຈົ່ງໃຫ້ວິນຍານຈິດຂອງເຈົ້າຖືກຊົງຕັ້ງຂຶ້ນໃໝ່.
ຢ່າດຳເນີນຊີວິດເໝືອນຢ່າງຄົນໃນໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວພວກເຈົ້າຈະສາມາດພິສູດ ແລະ ຢືນຢັນໄດ້ວ່າສິ່ງໃດຄືຄວາມປະສົງທີ່ດີ, ເປັນທີ່ຍອມຮັບ ແລະ ສົມບູນແບບຂອງພຣະເຈົ້າ.
ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ ເພື່ອວ່າພວກເຮົາເອງກໍຈະໄດ້ມີຊີວິດໃໝ່ ເໝືອນດັ່ງທີ່ພຣະຄຣິດເຈົ້າໄດ້ຖືກເຮັດໃຫ້ເປັນຄືນມາຈາກຕາຍດ້ວຍສະຫງ່າລາສີຂອງພຣະບິດາເຈົ້າ.
ຈິດໃຈທີ່ຖືກຄວບຄຸມໂດຍເນື້ອໜັງກໍນໍາໄປສູ່ຄວາມຕາຍ ແຕ່ຈິດໃຈທີ່ຄວບຄຸມໂດຍພຣະວິນຍານບໍລິສຸດເຈົ້າກໍນໍາໄປສູ່ຊີວິດ ແລະ ສັນຕິສຸກ,
ເພາະພວກເຮົາເປັນຜົນງານຂອງພຣະເຈົ້າ ເຊິ່ງໄດ້ສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ເຮັດການດີທີ່ພຣະເຈົ້າໄດ້ຈັດຕຽມໄວ້ລ່ວງໜ້າເພື່ອໃຫ້ພວກເຮົາປະຕິບັດ.
ແລະ ສວມສະພາບມະນຸດຄົນໃໝ່ ເຊິ່ງພຣະເຈົ້າກຳລັງສ້າງຂຶ້ນໃໝ່ຕາມແບບລັກສະນະຂອງພຣະຜູ້ສ້າງເພື່ອໃຫ້ພວກເຈົ້າຮູ້ຈັກພຣະອົງຫລາຍຂຶ້ນ.
ພຣະອົງໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ, ບໍ່ແມ່ນເພາະຄວາມຊອບທຳທີ່ພວກເຮົາໄດ້ເຮັດ ແຕ່ເພາະຄວາມເມດຕາຂອງພຣະອົງ. ພຣະອົງໄດ້ຊ່ວຍພວກເຮົາໃຫ້ພົ້ນຜ່ານທາງການຊຳລະແຫ່ງການບັງເກີດໃໝ່ ແລະ ການສ້າງຂຶ້ນໃໝ່ໂດຍພຣະວິນຍານບໍລິສຸດເຈົ້າ
ເຫດສະນັ້ນ ຈົ່ງຕຽມຄວາມຄິດຈິດໃຈໃຫ້ພ້ອມ ແລະ ມີສະຕິ, ຈົ່ງຕັ້ງຄວາມຫວັງໄວ້ເທິງພຣະຄຸນທີ່ຈະມາເຖິງພວກເຈົ້າເມື່ອພຣະເຢຊູຄຣິດເຈົ້າມາປາກົດ.