Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຈົ່ງ​ຖ່ອມຕົວລົງ ແລະ ສຸພາບອ່ອນໂຍນ​ໃນ​ທຸກດ້ານ; ຈົ່ງ​ອົດທົນ ແລະ ຜ່ອນໜັກ​ຜ່ອນເບົາ​ຕໍ່​ກັນແລະກັນ​ດ້ວຍ​ຄວາມຮັກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:2
28 Jak'a apnaqawi uñst'ayäwi  

ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.


ຂ້າພະເຈົ້າ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ​ຫລາຍ ແລະ ດ້ວຍ​ນ້ຳຕາ ແລະ ເຖິງ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ​ຈາກ​ແຜນ​ຮ້າຍ​ຂອງ​ພວກ​ຢິວ​ທີ່​ເປັນ​ຄູ່​ຕໍ່ສູ້​ຂອງ​ຂ້າພະເຈົ້າ.


ພວກເຮົາ​ທີ່​ເຂັ້ມແຂງ​ແລ້ວ​ກໍ​ຄວນ​ອົດທົນ​ຕໍ່​ຄວາມຜິດພາດ​ຂອງ​ຜູ້​ທີ່​ຍັງ​ອ່ອນ​ຕໍ່​ຄວາມເຊື່ອ ແລະ ພວກເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ.


ຄວາມຮັກ​ປົກປ້ອງຄຸ້ມຄອງ​ສະເໝີ, ວາງໃຈ​ສະເໝີ, ມີ​ຄວາມຫວັງ​ສະເໝີ ແລະ ອົດທົນ​ສະເໝີ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ຂອງ​ກັນແລະກັນ ແລະ ເມື່ອ​ເຮັດ​ວິທີ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ.


ເພາະ​ພຣະອົງ​ໄດ້​ເລືອກ​ພວກເຮົາ​ໄວ້​ໃນ​ພຣະອົງ​ກ່ອນ​ການ​ສ້າງ​ໂລກ​ເພື່ອ​ພວກເຮົາ​ຈະ​ບໍລິສຸດ ແລະ ບໍ່ມີຕຳໜິ​ຕໍ່​ສາຍຕາ​ຂອງ​ພຣະອົງ. ໃນ​ຄວາມຮັກ​ນັ້ນ


ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ມີ​ຄວາມອົດທົນ ແລະ ຄວາມພະຍາຍາມ​ຫລາຍ​ຂຶ້ນ,


ສ່ວນ​ເຈົ້າ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ, ຈົ່ງ​ຫລີກໜີ​ຈາກ​ສິ່ງ​ເຫລົ່ານີ້​ທັງໝົດ ແລະ ໄຝ່ຫາ​ຄວາມຊອບທຳ, ທາງ​ຂອງ​ພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມ​ສຸພາບ​ອ່ອນຫວານ.


ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.


ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka