Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ບໍ່​ມີ​ຄວາມ​ຢັ້ງ​ຄິດ, ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຕັນຫາ ມົວເມົາ​ຢູ່​ໃນ​ຄວາມ​ເປື້ອນເປິ​ທຸກ​ຢ່າງ ແລະ ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມໂລບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ພວກເຂົາ​ບໍ່ມີ​ຄວາມ​ຮູ້ສຶກ​ຢ້ານກົວ​ຕໍ່​ບາບ ຈຶ່ງ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ໂລພາ​ຕັນຫາ ເພື່ອ​ເຮັດ​ການ​ຊົ່ວຮ້າຍ​ທຸກຢ່າງ​ໂດຍ​ສຸດ​ຄວາມ​ປາຖະໜາ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:19
13 Jak'a apnaqawi uñst'ayäwi  

ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ.


ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍ​ບອກ​ສິ່ງ​ນີ້ ແລະ ຢືນຢັນ​ສິ່ງ​ນີ້​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ ແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຢ່າ​ດຳເນີນຊີວິດ​ເໝືອນດັ່ງ​ຄົນຕ່າງຊາດ​ອີກ, ຄື​ໃນ​ຄວາມຄິດ​ທີ່​ບໍ່ມີປະໂຫຍດ​ຂອງ​ພວກເຂົາ.


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ການສັ່ງສອນ​ດັ່ງກ່າວ​ແມ່ນ​ມາ​ທາງ​ບັນດາ​ຄົນ​ຂີ້ຕົວະ​ທີ່​ໜ້າຊື່ໃຈຄົດ, ຜູ້​ທີ່​ມີ​ຈິດສຳນຶກ​ທີ່​ຕາຍ​ດ້ານ.


ເພາະ​ໃນ​ອະດີດ​ພວກເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ແລ້ວ​ໃນ​ການ​ເຮັດ​ສິ່ງ​ທີ່​ຄົນບໍ່ເຊື່ອ​ພຣະເຈົ້າ​ເລືອກ​ທີ່​ຈະ​ເຮັດ ຄື​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນ​ເປັນ​ກຸ່ມ, ດື່ມເຫລົ້າ​ຢ່າງ​ໜັກ ແລະ ຂາບໄຫວ້​ຮູບເຄົາລົບ​ອັນ​ໜ້າລັງກຽດ.


ພວກເຂົາ​ກໍ​ເປັນ​ຈິງ​ຕາມ​ສຸພາສິດ​ທີ່​ວ່າ: “ໝາ​ກໍ​ກັບ​ຄືນ​ໄປ​ຫາ​ສິ່ງ​ທີ່​ມັນ​ຮາກ​ອອກ​ມາ” ແລະ “ໝູ​ທີ່​ລ້າງ​ແລ້ວ​ກໍ​ກັບ​ໄປ​ກິ້ງເກືອກ​ໃນ​ຂີ້ຕົມ”.


ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.


ເພາະ​ທຸກ​ປະຊາຊາດ​ໄດ້​ດື່ມ ເຫລົ້າອະງຸ່ນ​ປຸກ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນໂລກ​ກໍ​ໄດ້​ຮ່ວມ​ຫລິ້ນຊູ້​ກັບ​ນາງ ແລະ ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ໄດ້​ຮັ່ງມີ​ຂຶ້ນ​ດ້ວຍ​ຄວາມຟຸມເຟືອຍ​ອັນ​ລົ້ນເຫລືອ​ຂອງ​ນາງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka