Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ການ​ກ່າວຄວາມຈິງ​ດ້ວຍ​ຄວາມຮັກ, ພວກເຮົາ​ຈະ​ເຕີບໃຫຍ່​ຂຶ້ນ​ໃນ​ທຸກ​ດ້ານ​ຈົນ​ເຖິງ​ຄວາມ​ເປັນ​ຜູ້ໃຫຍ່​ໃນ​ພຣະ​ກາຍ​ຂອງ​ພຣະອົງ​ຜູ້​ເປັນ​ຫົວ, ຄື​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ໃຫ້​ພວກເຮົາ​ຢຶດເອົາ​ຄວາມຈິງ​ດ້ວຍ​ໃຈ​ຮັກ ເພື່ອ​ພວກເຮົາ​ຈະ​ໄດ້​ຈະເລີນ​ຂຶ້ນ​ທຸກ​ດ້ານ​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:15
21 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນະທານາເອັນ​ເຂົ້າ​ມາ​ຫາ​ກໍ​ກ່າວ​ເຖິງ​ລາວ​ວ່າ, “ຜູ້​ນີ້​ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ໂຕ​ລາວ​ບໍ່​ມີ​ກົນອຸບາຍ​ອັນ​ໃດ​ເລີຍ”.


ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບຮູ້​ວ່າ ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຜູ້ຊາຍ​ທຸກຄົນ ແລະ ຜູ້ຊາຍ​ກໍ​ເປັນ​ຫົວ​ຂອງ​ແມ່ຍິງ ແລະ ພຣະເຈົ້າ​ເປັນ​ຫົວ​ຂອງ​ພຣະຄຣິດເຈົ້າ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ເຮົາ​ບໍ່​ໄດ້​ກຳລັງ​ສັ່ງ​ພວກເຈົ້າ, ແຕ່​ເຮົາ​ຢາກ​ທົດສອບ​ຄວາມຈິງໃຈ​ໃນ​ຄວາມຮັກ​ຂອງ​ພວກເຈົ້າ​ໂດຍ​ການປຽບທຽບ​ກັບ​ຄວາມ​ກະຕືລືລົ້ນ​ຂອງ​ຄົນ​ອື່ນໆ.


ແລະ ພຣະເຈົ້າ​ໄດ້​ວາງ​ສິ່ງ​ທັງປວງ​ລົງ​ໃຕ້​ຕີນ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຕັ້ງ​ພຣະອົງ​ໄວ້​ເປັນ​ຫົວ​ເໜືອ​ທຸກສິ່ງ​ເພື່ອ​ຄຣິສຕະຈັກ,


ເພາະ​ພຣະອົງ​ໄດ້​ເລືອກ​ພວກເຮົາ​ໄວ້​ໃນ​ພຣະອົງ​ກ່ອນ​ການ​ສ້າງ​ໂລກ​ເພື່ອ​ພວກເຮົາ​ຈະ​ບໍລິສຸດ ແລະ ບໍ່ມີຕຳໜິ​ຕໍ່​ສາຍຕາ​ຂອງ​ພຣະອົງ. ໃນ​ຄວາມຮັກ​ນັ້ນ


ໃນ​ພຣະອົງ​ອາຄານ​ທັງໝົດ​ກໍ​ຖືກ​ເຊື່ອມຕໍ່​ເຂົ້າກັນ ແລະ ຖືກ​ຍົກຂຶ້ນ​ເພື່ອ​ເປັນ​ວິຫານ​ອັນ​ສັກສິດ​ໃນ​ອົງພຣະຜູ້ເປັນເຈົ້າ.


ເຫດສະນັ້ນ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ປະຖິ້ມ​ຄວາມ​ບໍ່​ຈິງ ແລະ ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ເພື່ອນບ້ານ​ຂອງ​ພວກເຈົ້າ, ເພາະ​ພວກເຮົາ​ທຸກ​ຄົນ​ເປັນ​ອະໄວຍະວະ​ໃນ​ກາຍ​ດຽວ​ກັນ.


ເພາະ​ຜົວ​ເປັນ​ຫົວ​ຂອງ​ເມຍ​ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຄຣິສຕະຈັກ, ກາຍ​ຂອງ​ພຣະອົງ ພຣະອົງ​ຍັງ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ຈົ່ງ​ເປັນ​ເໝືອນດັ່ງ​ເດັກນ້ອຍເກີດໃໝ່​ທີ່​ກະຫາຍຫາ​ນ້ຳນົມ​ອັນ​ບໍລິສຸດ​ຝ່າຍ​ວິນຍານ, ເພື່ອ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ໃຫຍ່​ຂຶ້ນ​ໃນ​ຄວາມພົ້ນ​ຂອງ​ພວກເຈົ້າ,


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka