Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:11
19 Jak'a apnaqawi uñst'ayäwi  

ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ມື້​ຕໍ່ມາ​ພວກເຮົາ​ກໍ​ອອກ​ຈາກ​ທີ່​ນັ້ນ, ພວກເຮົາ​ມາ​ເຖິງ​ເມືອງ​ກາຍຊາເຣຍ ແລະ ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ເຈັດ​ຄົນ​ນັ້ນ.


ຖ້າ​ມີ​ດ້ານ​ການບົວລະບັດ​ຮັບໃຊ້ ກໍ​ຈົ່ງ​ບົວລະບັດ​ຮັບໃຊ້, ຖ້າ​ມີ​ດ້ານ​ການສັ່ງສອນ ກໍ​ຈົ່ງ​ສັ່ງສອນ,


ຂອງປະທານ​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ມີ​ພຣະວິນຍານ​ອົງ​ດຽວ​ກັນ​ເປັນ​ຜູ້​ມອບ​ໃຫ້.


ເຊິ່ງ​ໄດ້​ຮັບ​ການສ້າງ​ຂຶ້ນ​ເທິງ​ຮາກຖານ​ຂອງ​ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ, ໂດຍ​ມີ​ພຣະຄຣິດເຈົ້າເຢຊູ​ພຣະອົງ​ເອງ​ເປັນ​ຫີນເສົາເອກ.


ເຊິ່ງ​ບໍ່​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ໃນ​ຍຸກ​ອື່ນໆ ເໝືອນ​ດັ່ງ​ໃນ​ເວລານີ້​ໄດ້​ເປີດເຜີຍ​ໂດຍ​ພຣະວິນຍານ​ແກ່​ບັນດາ​ອັກຄະສາວົກ ແລະ ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ຈຶ່ງ​ມີ​ພຣະຄຳ​ກ່າວ​ໄວ້​ວ່າ: “ເມື່ອ​ພຣະອົງ​ໄດ້​ຂຶ້ນ​ສູ່​ເບື້ອງ​ເທິງ, ພຣະອົງ​ໄດ້​ນຳເອົາ​ບັນດາ​ຊະເລີຍ​ຫລາຍ​ຄົນ​ໄປ​ດ້ວຍ ແລະ ມອບ​ຂອງປະທານ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ”.


ແຕ່​ເຈົ້າ​ຈົ່ງ​ມີ​ສະຕິ​ໃນ​ທຸກ​ສະຖານະການ, ຈົ່ງ​ອົດທົນ​ຕໍ່​ຄວາມຍາກລຳບາກ, ຈົ່ງ​ເຮັດ​ຫນ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ, ຈົ່ງ​ເຮັດ​ຫນ້າທີ່​ທັງໝົດ​ໃນ​ພັນທະກິດ​ຂອງ​ເຈົ້າ​ໃຫ້​ສຳເລັດ.


ແທ້ຈິງແລ້ວ, ເຖິງ​ແມ່ນ​ວ່າ​ຂະນະ​ນີ້​ພວກເຈົ້າ​ສົມຄວນ​ຈະ​ເປັນ​ຄູ​ໄດ້​ແລ້ວ, ແຕ່​ພວກເຈົ້າ​ຍັງ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ສອນ​ຫລັກ​ຄວາມຈິງ​ເບື້ອງຕົ້ນ​ຂອງ​ພຣະຄຳ​ຂອງ​ພຣະເຈົ້າ​ທັງໝົດ​ອີກ​ຢູ່. ພວກເຈົ້າ​ຍັງ​ຕ້ອງການ​ນ້ຳນົມ ບໍ່ແມ່ນ​ອາຫານ​ແຂງ!


ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.


“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


ກຳແພງ​ນະຄອນ​ນັ້ນ​ມີ​ສິບສອງ​ຮາກຖານ, ແລະ ເທິງ​ຮາກຖານ​ເຫລົ່ານັ້ນ​ໄດ້​ຈາລຶກ​ຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka