Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 4:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພຣະອົງ​ຜູ້​ລົງ​ໄປ​ນັ້ນ ກໍ​ຄື​ອົງ​ດຽວ​ແທ້ໆ​ກັບ​ທີ່​ໄດ້​ຂຶ້ນ​ເມືອ​ສູ່​ທີ່​ສູງ​ກວ່າ​ຟ້າສະຫວັນ​ທັງໝົດ, ເພື່ອ​ຈະໄດ້​ເຕີມເຕັມ​ທົ່ວ​ທັງ​ຈັກກະວານ.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພຣະອົງ​ຜູ້​ສະເດັດ​ລົງ​ໄປ​ນັ້ນ ກໍ​ຄື​ພຣະອົງ​ຜູ້​ທີ່​ໄດ້​ສະເດັດ​ຂຶ້ນ​ເມືອ​ສູ່​ທີ່​ສູງ ເໜືອ​ຟ້າ​ສະຫວັນ​ທັງປວງ ເພື່ອ​ຈະ​ໄດ້​ສະຖິດ​ຢູ່​ເຕັມ​ທົ່ວ​ຈັກກະວານ.

Uka jalj uñjjattʼäta Copia luraña




ເອເຟໂຊ 4:10
24 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ໃນ​ສະໄໝ​ນີ້​ຈະ​ຍັງ​ບໍ່​ທັນ​ລ່ວງລັບ​ໄປ​ກ່ອນ​ຈົນ​ກວ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ຈະ​ເກີດຂຶ້ນ.


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.


ພວກເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ເສື້ອ​ຜືນ​ນີ້​ເລີຍ ໃຫ້​ພວກເຮົາ​ຈັບສະຫລາກ​ກັນ​ວ່າ​ແມ່ນ​ຜູ້ໃດ​ຈະ​ໄດ້​ເສື້ອ​ຜືນ​ນີ້”. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ພຣະຄຳພີ​ທີ່​ວ່າ, “ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ຂ້ານ້ອຍ​ມາ​ແບ່ງ​ປັນ​ກັນ ແລະ ເອົາ​ເສື້ອຜ້າ​ຂອງ​ຂ້ານ້ອຍ​ມາ​ຈັບສະຫລາກ”. ພວກທະຫານ​ໄດ້​ເຮັດ​ຢ່າງ​ນີ້​ແຫລະ.


ຫລັງຈາກນັ້ນ ເມື່ອ​ພຣະອົງຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ຄົບຖ້ວນ​ແລ້ວ ແລະ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ, ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຫິວນ້ຳ”.


ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ຂໍ້​ພຣະຄຳພີ​ທີ່​ວ່າ, “ກະດູກ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ຫັກ​ຈັກ​ເຫລັ້ມ”.


ແລະ ພວກເພິ່ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ​ຢູ່​ບ່ອນ​ນີ້? ພຣະເຢຊູເຈົ້າ​ອົງ​ດຽວ​ກັນ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ​ຂຶ້ນ​ສູ່​ສະຫວັນ​ນັ້ນ ຈະ​ກັບ​ຄືນ​ມາ​ອີກ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ພວກທ່ານ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ”.


ຫລັງຈາກ​ພຣະອົງ​ໄດ້​ກ່າວ​ດັ່ງນີ້​ແລ້ວ, ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເພິ່ນ ແລະ ມີ​ເມກ​ມາ​ປົກຄຸມ​ພຣະອົງ​ໄວ້​ຈາກ​ສາຍຕາ​ຂອງ​ພວກເພິ່ນ.


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.


ເຮົາ​ຮູ້​ຈັກ​ຊາຍ​ຄົນ​ໜຶ່ງ​ໃນ​ພຣະຄຣິດເຈົ້າ ເຊິ່ງ​ສິບສີ່​ປີ​ຜ່ານ​ມາ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ຍັງ​ສະຫວັນ​ຊັ້ນ​ທີສາມ. ຈະ​ໄປ​ທັງ​ກາຍ ຫລື ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ຮູ້.


ແລະ ຮູ້ຈັກ​ຄວາມຮັກ​ນີ້​ທີ່​ເກີນ​ຄວາມຮູ້ ເພື່ອ​ພວກເຈົ້າ​ຈະ​ເຕັມ​ຂະໜາດ​ຂອງ​ຄວາມສົມບູນ​ທັງໝົດ​ຂອງ​ພຣະເຈົ້າ.


ເພາະວ່າ​ພຣະເຈົ້າ​ພໍໃຈ​ທີ່​ຈະ​ໃຫ້​ຄວາມບໍລິບູນ​ທັງໝົດ​ຂອງ​ພຣະອົງ​ສະຖິດ​ຢູ່​ໃນ​ພຣະບຸດ,


ເພາະ​ໃນ​ພຣະຄຣິດເຈົ້າ​ນັ້ນ ລັກສະນະ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ດໍາລົງ​ຢູ່​ຢ່າງ​ເຕັມ​ບໍລິບູນ​ໃນ​ກາຍ​ຂອງ​ພຣະອົງ


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ມະຫາ​ປະໂລຫິດ​ຢ່າງ​ນີ້​ແຫລະ​ທີ່​ຕອບສະຫນອງ​ຄວາມຈຳເປັນ​ຂອງ​ພວກເຮົາ​ໄດ້ ຄື​ປະໂລຫິດ​ຜູ້​ບໍລິສຸດ, ບໍ່​ມີ​ຕຳໜິ, ບໍ່ມີມົນທິນ, ແຍກ​ຈາກ​ບັນດາ​ຄົນບາບ, ເປັນ​ທີ່​ເທີດທູນ​ເໜືອ​ຟ້າສະຫວັນ.


ບັດນີ້ ປະເດັນ​ຫລັກ​ທີ່​ພວກເຮົາ​ກຳລັງ​ກ່າວ​ກໍ​ຄື: ພວກເຮົາ​ມີ​ມະຫາ​ປະໂລຫິດ​ຢ່າງ​ນີ້, ຜູ້​ທີ່​ນັ່ງ​ຢູ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka