ເອເຟໂຊ 3:7 - ພຣະຄຳພີລາວສະບັບສະໄໝໃໝ່7 ເຮົາໄດ້ກາຍເປັນຜູ້ຮັບໃຊ້ຂອງຂ່າວປະເສີດນີ້ໂດຍຂອງປະທານທີ່ມາຈາກພຣະຄຸນຂອງພຣະເຈົ້າທີ່ໄດ້ໃຫ້ແກ່ເຮົາໂດຍການທຳງານແຫ່ງລິດອຳນາດຂອງພຣະອົງ. Uka jalj uñjjattʼätaພຣະຄຳພີສັກສິ7 ຂ້າພະເຈົ້າໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຜູ້ຮັບໃຊ້ຂ່າວປະເສີດໂດຍພຣະຄຸນ ຊຶ່ງເປັນຂອງປະທານຢ່າງພິເສດຈາກພຣະເຈົ້າ ຊຶ່ງໂຜດປະທານແກ່ຂ້າພະເຈົ້າ ໂດຍແມ່ນຣິດອຳນາດຂອງພຣະອົງຊົງກະທຳການ. Uka jalj uñjjattʼäta |
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.