Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເຊິ່ງ​ບໍ່​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ໃນ​ຍຸກ​ອື່ນໆ ເໝືອນ​ດັ່ງ​ໃນ​ເວລານີ້​ໄດ້​ເປີດເຜີຍ​ໂດຍ​ພຣະວິນຍານ​ແກ່​ບັນດາ​ອັກຄະສາວົກ ແລະ ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຊຶ່ງ​ໃນ​ສະໄໝ​ກ່ອນ ພຣະອົງ​ບໍ່ໄດ້​ໃຫ້​ມະນຸດສະໂລກ​ຮູ້​ຄວາມ​ເລິກລັບ​ນີ້ ແຕ່​ບັດນີ້​ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ນັ້ນ ໃຫ້​ແກ່​ບັນດາ​ອັກຄະສາວົກ​ທີ່​ບໍຣິສຸດ​ຂອງ​ພຣະອົງ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໂດຍ​ທາງ​ພຣະວິນຍານ.

Uka jalj uñjjattʼäta Copia luraña




ເອເຟໂຊ 3:5
24 Jak'a apnaqawi uñst'ayäwi  

ດ້ວຍວ່າ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ຄົນຊອບທຳ​ຫລາຍ​ຄົນ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ ແລະ ຢາກ​ຈະ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ແຕ່​ກໍ​ບໍ່​ໄດ້​ຍິນ.


“ພວກເຂົາ​ຕອບ​ວ່າ, ‘ເພາະ​ບໍ່​ມີ​ຜູ້ໃດ​ຈ້າງ​ພວກເຮົາ’. “ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ຢູ່​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ’.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ນັກປັດຊະຍາ ແລະ ພວກອາຈານ​ມາ​ຫາ​ພວກເຈົ້າ, ບາງຄົນ​ໃນ​ພວກເຂົາ​ພວກເຈົ້າ​ກໍ​ຂ້າ ແລະ ຄຶງ​ທີ່​ໄມ້ກາງແຂນ, ຄົນ​ອື່ນໆ​ອີກ​ພວກເຈົ້າ​ກໍ​ຈະ​ຂ້ຽນຕີ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ.


ເຮົາ​ບອກ​ພວກເຈົ້າ​ວ່າ, ບັນດາ​ຜູ້ທຳນວາຍ ແລະ ກະສັດ​ທັງຫລາຍ​ຢາກ​ຈະ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ກໍ​ບໍ່​ໄດ້​ເຫັນ, ແລະ ຢາກ​ໄດ້​ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແຕ່​ກໍ​ບໍ່​ໄດ້​ຍິນ”.


ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ກ່າວ​ດ້ວຍ​ປັນຍາ​ຂອງ​ພຣະອົງ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ໄປ​ຫາ​ພວກເຂົາ ເຊິ່ງ​ບາງຄົນ​ຈະ​ຖືກ​ພວກເຂົາ​ຂ້າ ແລະ ບາງຄົນ​ຈະ​ຖືກ​ພວກເຂົາ​ຂົ່ມເຫັງ’.


ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.


ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.


ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ແຕ່​ພຣະເຈົ້າ​ໄດ້​ເປີດເຜີຍ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ຂອງ​ພຣະອົງ. ພຣະວິນຍານ​ຢັ່ງຮູ້​ທຸກໆ​ສິ່ງ, ແມ່ນແຕ່​ສິ່ງ​ເລິກ​ຂອງ​ພຣະເຈົ້າ.


ເຊິ່ງ​ໄດ້​ຮັບ​ການສ້າງ​ຂຶ້ນ​ເທິງ​ຮາກຖານ​ຂອງ​ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ, ໂດຍ​ມີ​ພຣະຄຣິດເຈົ້າເຢຊູ​ພຣະອົງ​ເອງ​ເປັນ​ຫີນເສົາເອກ.


ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.


ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka