Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຄື​ຂໍ້​ລັບເລິກ​ທີ່​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ເຮົາ​ໂດຍ​ການເປີດເຜີຍ, ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ແລ້ວ​ຢ່າງ​ຫຍໍ້ໆ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພຣະອົງ​ໄດ້​ເປີດເຜີຍ​ແຜນການ​ອັນ​ເລິກລັບ​ຂອງ​ພຣະອົງ​ໃຫ້​ຂ້າພະເຈົ້າ​ໄດ້​ຮູ້​ແຜນການ​ນັ້ນ. (ຕາມ​ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ໄວ້​ແລ້ວ ຢ່າງ​ຫຍໍ້ໆ​ກ່ຽວກັບ​ເລື່ອງ​ນີ້

Uka jalj uñjjattʼäta Copia luraña




ເອເຟໂຊ 3:3
23 Jak'a apnaqawi uñst'ayäwi  

“ເມື່ອ​ຂ້າພະເຈົ້າ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ ໃນ​ຂະນະ​ທີ່​ກຳລັງ​ອະທິຖານ​ຢູ່​ໃນ​ວິຫານ​ນັ້ນ, ຂ້າພະເຈົ້າ​ກໍ​ລືມຄີງ​ໄປ


“ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’”.


ແລ້ວ​ກໍ​ເກີດ​ຄວາມ​ວຸ້ນວາຍ​ຄັ້ງ​ໃຫຍ່ ແລະ ມີ​ພວກ​ຄູສອນກົດບັນຍັດ​ທີ່​ເປັນ​ຟາຣີຊາຍ​ບາງຄົນ​ໄດ້​ລຸກຂຶ້ນ ແລະ ຄັດຄ້ານ​ຢ່າງ​ດຸເດືອດ. ພວກເຂົາ​ເວົ້າ​ວ່າ, “ເຮົາ​ເຫັນ​ວ່າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ, ອາດ​ເປັນ​ວິນຍານ ຫລື ເທວະດາ​ເວົ້າ​ກັບ​ລາວ​ກໍ​ໄດ້?”


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ເຮົາ​ຕ້ອງ​ອວດ​ຕໍ່ໄປ. ເຖິງແມ່ນວ່າ​ຈະ​ບໍ່​ເກີດ​ປະໂຫຍດ​ອັນໃດ​ກໍຕາມ, ເຮົາ​ກໍ​ຈະ​ສືບຕໍ່​ເລົ່າ​ນິມິດ ແລະ ການ​ເປີດເຜີຍ​ຕ່າງໆ​ຈາກ​ອົງພຣະຜູ້ເປັນເຈົ້າ.


ເຮົາ​ບໍ່​ໄດ້ຮັບ​ຂ່າວປະເສີດ​ນີ້​ມາ​ຈາກ​ມະນຸດ​ຄົນໃດ ຫລື ເຮົາ​ບໍ່​ໄດ້​ຮັບ​ການສິດສອນ​ຂ່າວປະເສີດ​ນີ້, ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ໂດຍ​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ.


ເຮົາ​ໝັ່ນ​ຂໍ​ໃຫ້​ພຣະເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຄື​ພຣະບິດາເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າ​ພວກເຈົ້າ​ຈະ​ຮູ້​ຈັກ​ພຣະອົງ​ຫລາຍ​ຂຶ້ນ.


ເມື່ອ​ພວກເຈົ້າ​ອ່ານ​ແລ້ວ​ກໍ​ຈະ​ເຂົ້າໃຈ​ເຖິງ​ຄວາມຮູ້ແຈ້ງ​ຂອງ​ເຮົາ​ໃນ​ຄວາມລັບເລິກ​ຂອງ​ພຣະຄຣິດເຈົ້າ,


ຂໍ້​ລັບເລິກ​ນີ້​ແມ່ນ​ໂດຍ​ທາງ​ຂ່າວປະເສີດ​ນັ້ນ​ຄົນຕ່າງຊາດ​ກໍ​ເປັນ​ທາຍາດ​ຮ່ວມ​ກັບ​ຊົນອິດສະຣາເອນ, ເປັນ​ອະໄວຍະວະ​ຮ່ວມ​ໃນ​ກາຍ​ດຽວ​ກັນ ແລະ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຮັບ​ຕາມ​ຄຳ​ສັນຍາ​ໃນ​ພຣະຄຣິດເຈົ້າເຢຊູ.


ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ.


ແລະ ຂໍ​ໃຫ້​ອະທິຖານ​ເພື່ອ​ເຮົາ​ດ້ວຍ, ເພື່ອ​ວ່າ​ເມື່ອ​ໃດ​ທີ່​ເຮົາ​ກ່າວ ພຣະອົງ​ຈະ​ໃຫ້​ຖ້ອຍຄຳ​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ກ້າຫານ​ໃນ​ການ​ເຮັດ​ໃຫ້​ຄວາມເລິກລັບ​ຂອງ​ຂ່າວປະເສີດ​ເປັນ​ທີ່​ຮູ້ຈັກ,


ເປົ້າໝາຍ​ຂອງ​ເຮົາ​ກໍ​ຄື​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ໜູນໃຈ​ໃນ​ໃຈ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຄວາມຮັກ, ເພື່ອ​ວ່າ​ພວກເຂົາ​ຈະ​ເຕັມລົ້ນ​ດ້ວຍ​ຄວາມເຂົ້າໃຈ​ອັນ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮູ້​ເຖິງ​ຂໍ້​ເລິກລັບ​ຂອງ​ພຣະເຈົ້າ ຄື​ພຣະຄຣິດເຈົ້າ,


ແລະ ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ຂໍ​ໃຫ້​ພຣະເຈົ້າ​ເປີດ​ປະຕູ​ສຳລັບ​ຂໍ້ຄວາມ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ຂອງ​ພຣະຄຣິດເຈົ້າ, ການ​ທີ່​ເຮົາ​ຖືກຈໍາຈອງ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫລະ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຄຳ​ເຕືອນສະຕິ​ຂອງ​ເຮົາ ເພາະ​ເຮົາ​ໄດ້​ຂຽນ​ເຖິງ​ພວກເຈົ້າ​ພຽງ​ແຕ່​ສັ້ນໆ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


ຈົ່ງ​ລະນຶກ​ວ່າ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ອົດທົນ​ກໍ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ມີ​ໂອກາດ​ໄດ້​ຮັບ​ຄວາມພົ້ນ ເໝືອນດັ່ງ​ທີ່​ໂປໂລ​ນ້ອງ​ທີ່ຮັກ​ຂອງ​ພວກເຮົາ​ໄດ້​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka