Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ບັດນີ້ ຂໍ​ຖວາຍ​ກຽດ​ແກ່​ພຣະອົງ​ຜູ້​ສາມາດ​ກະທຳ​ທຸກ​ສິ່ງ​ເກີນ​ກວ່າ​ທີ່​ພວກເຮົາ​ຈະ​ຂໍ ຫລື ຄິດ​ໄດ້​ຕາມ​ລິດອຳນາດ​ຂອງ​ພຣະອົງ​ທີ່​ກະທຳ​ການ​ຢູ່​ພາຍໃນ​ພວກເຮົາ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ຂໍ​ໃຫ້​ພຣະ​ກຽດ​ຈົ່ງ​ເປັນ​ຂອງ​ພຣະອົງ ຜູ້​ຊົງ​ຣິດ​ສາມາດ​ກະທຳ​ການ​ນອກ​ເໜືອ​ສາລະພັດ​ທຸກສິ່ງ ເກີນ​ກວ່າ​ທີ່​ພວກເຮົາ​ຈະ​ຂໍ ຫລື​ຄິດ​ໄດ້ ຕາມ​ຣິດອຳນາດ​ທີ່​ກະທຳ​ການ​ຢູ່​ພາຍ​ໃນ​ຕົວ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ເອເຟໂຊ 3:20
32 Jak'a apnaqawi uñst'ayäwi  

ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.


ຂະໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ, ຈະ​ຂ້າ ແລະ ທຳລາຍ​ເທົ່ານັ້ນ. ເຮົາ​ໄດ້​ມາ​ເພື່ອ​ພວກເຂົາ​ຈະ​ໄດ້​ຊີວິດ ແລະ ຈະ​ໄດ້​ຊີວິດ​ຢ່າງ​ຄົບບໍລິບູນ.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ເພາະ​ເຊື່ອໝັ້ນ​ເຕັມ​ທີ່​ວ່າ​ພຣະເຈົ້າ​ມີ​ລິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ສິ່ງ​ທີ່​ຕາ​ບໍ່​ເຫັນ, ສິ່ງ​ທີ່​ຫູ​ບໍ່​ໄດ້​ຍິນ ແລະ ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ຄື​ສິ່ງ​ທີ່​ພຣະເຈົ້າ​ຈັດຕຽມ​ໄວ້​ສຳລັບ​ຄົນ​ເຫລົ່ານັ້ນ​ຜູ້​ທີ່​ຮັກ​ພຣະອົງ”.


ແລະ ພຣະເຈົ້າ​ສາມາດ​ທີ່​ຈະ​ອວຍພອນ​ພວກເຈົ້າ​ຢ່າງ​ອຸດົມສົມບູນ, ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ຈໍາເປັນ​ສຳລັບ​ຕົນ​ຢູ່​ທຸກ​ເວລາ, ທັງ​ພວກເຈົ້າ​ຈະ​ມີ​ສິ່ງຂອງ​ບໍລິບູນ​ໃນ​ການງານ​ດີ​ທຸກ​ຢ່າງ.


ແລະ ຮູ້​ເຖິງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ທີ່​ຫາ​ສິ່ງ​ໃດ​ປຽບທຽບ​ບໍ່​ໄດ້​ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ. ລິດອຳນາດ​ນັ້ນ​ເປັນ​ເໝືອນ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ


ເຮົາ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ຂ່າວປະເສີດ​ນີ້​ໂດຍ​ຂອງປະທານ​ທີ່​ມາ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ໂດຍ​ການທຳງານ​ແຫ່ງ​ລິດອຳນາດ​ຂອງ​ພຣະອົງ.


ເພື່ອ​ຈຸດປະສົງ​ນີ້​ແຫລະ ເຮົາ​ຈຶ່ງ​ຕໍ່ສູ້​ຢ່າງ​ສຸດ​ກຳລັງ​ທັງໝົດ​ທີ່​ພຣະຄຣິດເຈົ້າ​ກຳລັງ​ທຳງານ​ຢ່າງ​ເຂັ້ມແຂງ​ໃນ​ໂຕ​ເຮົາ.


ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ຖອກເທ​ລົງ​ມາ​ເທິງ​ເຮົາ​ຢ່າງ​ລົ້ນເຫລືອ ພ້ອມ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.


ອັບຣາຮາມ​ເຊື່ອ​ວ່າ​ພຣະເຈົ້າ​ສາມາດ​ບັນດານ​ໃຫ້​ຄົນຕາຍ​ເປັນຄືນມາ​ໄດ້ ແລະ ດັ່ງນັ້ນ​ຈຶ່ງ​ກ່າວ​ປຽບທຽບ​ໄດ້​ວ່າ​ເພິ່ນ​ໄດ້​ອີຊາກ​ຄືນ​ມາ​ຈາກ​ຄວາມຕາຍ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ມີ​ຜູ້ປະທານ​ກົດບັນຍັດ ແລະ ຜູ້ພິພາກສາ​ພຽງ​ຜູ້​ດຽວ​ຄື​ພຣະອົງ​ຜູ້​ສາມາດ​ຊ່ວຍ​ໃຫ້​ພົ້ນ ແລະ ທຳລາຍ​ໄດ້. ແຕ່​ພວກເຈົ້າ​ເປັນ​ຜູ້ໃດ​ຄື​ຕັດສິນ​ເພື່ອນບ້ານ​ຂອງ​ຕົນ?


ແລະ ພວກເຈົ້າ​ຈະ​ໄດ້ຮັບ​ການຕ້ອນຮັບ​ທີ່​ອຸດົມສົມບູນ​ເຂົ້າ​ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


Jiwasaru arktasipxañani:

Anuncios ukanaka


Anuncios ukanaka