Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ຈະ​ມີ​ລິດອຳນາດ ພ້ອມ​ກັບ​ຄົນ​ບໍລິສຸດ​ທັງປວງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ມີ​ຄວາມສາມາດ​ເຂົ້າໃຈ​ເຖິງ​ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກ​ຂອງ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພວກເຈົ້າ​ກໍ​ຈະ​ມີ​ຄວາມ​ສາມາດ​ເຂົ້າໃຈ ພ້ອມ​ກັບ​ໄພ່ພົນ​ທັງປວງ​ຂອງ​ພຣະອົງ ເຖິງ​ຄວາມ​ກວ້າງ, ຄວາມ​ຍາວ, ຄວາມ​ສູງ ແລະ​ຄວາມ​ເລິກ,

Uka jalj uñjjattʼäta Copia luraña




ເອເຟໂຊ 3:18
28 Jak'a apnaqawi uñst'ayäwi  

ບໍ່​ມີ​ຜູ້ໃດ​ມີ​ຄວາມຮັກ​ຍິ່ງໃຫຍ່​ກວ່າ​ນີ້​ຄື: ການ​ທີ່​ຜູ້​ໜຶ່ງ​ຍອມ​ສະຫລະ​ຊີວິດ​ເພື່ອ​ມິດສະຫາຍ​ຂອງ​ຕົນ.


ເນື່ອງ​ຈາກ​ພວກເຂົາ​ບໍ່​ຮູ້​ຈັກ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພະຍາຍາມ​ຕັ້ງ​ຄວາມຊອບທຳ​ຂອງ​ຕົນ​ເອງ​ຂຶ້ນ​ມາ, ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ຄວາມຊອບທຳ​ຂອງ​ພຣະເຈົ້າ.


ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.


ເພື່ອ​ໃຫ້​ເກີດ​ຜົນ​ເມື່ອ​ເຖິງ​ເວລາ​ກຳນົດ​ມາເຖິງ ເພື່ອ​ນຳ​ເອົາ​ທຸກ​ສິ່ງ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ເຂົ້າ​ເປັນ​ອັນໜຶ່ງອັນດຽວ​ກັນ​ພາຍໃຕ້​ພຣະຄຣິດເຈົ້າ.


ເພາະ​ເຫດຜົນ​ນີ້, ຕັ້ງແຕ່​ເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ແລ້ວ,


ແລະ ຮູ້ຈັກ​ຄວາມຮັກ​ນີ້​ທີ່​ເກີນ​ຄວາມຮູ້ ເພື່ອ​ພວກເຈົ້າ​ຈະ​ເຕັມ​ຂະໜາດ​ຂອງ​ຄວາມສົມບູນ​ທັງໝົດ​ຂອງ​ພຣະເຈົ້າ.


ເພາະ​ພວກເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka