14 ດ້ວຍເຫດນີ້ ເຮົາຈຶ່ງຄຸເຂົ່າລົງຕໍ່ໜ້າພຣະບິດາເຈົ້າ,
14 ເພາະເຫດນີ້ ຂ້າພະເຈົ້າຈຶ່ງຄຸເຂົ່າລົງຕໍ່ໜ້າພຣະບິດາເຈົ້າ,
ແລ້ວພຣະອົງຖອຍອອກຈາກພວກເພິ່ນໄປປະມານໄລຍະທີ່ແກວ່ງກ້ອນຫີນເຖິງ, ພຣະອົງຄຸເຂົ່າລົງອະທິຖານວ່າ,
ເມື່ອກ່າວຈົບແລ້ວໂປໂລກໍຄຸເຂົ່າລົງອະທິຖານຮ່ວມກັບພວກເຂົາ.
ແຕ່ເມື່ອເຖິງເວລາແລ້ວພວກເຮົາກໍໄດ້ກ່າວອຳລາ ແລະ ອອກເດີນທາງຕໍ່ໄປ. ພວກສາວົກທັງໝົດຕະຫລອດຈົນເມຍກັບບັນດາລູກຂອງພວກເຂົາກໍໄດ້ມາສົ່ງພວກເຮົາອອກຈາກເມືອງ ແລະ ພວກເຮົາກໍຄຸເຂົ່າລົງອະທິຖານຢູ່ທີ່ຫາດຊາຍ.
ແລ້ວເພິ່ນກໍຄຸເຂົ່າລົງ ແລະ ຮ້ອງຂຶ້ນດ້ວຍສຽງດັງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າຖືໂທດພວກເຂົາເພາະບາບນີ້ເລີຍ”. ແລ້ວເພິ່ນກໍຂາດໃຈຕາຍ.
ເປໂຕໄດ້ໃຫ້ທຸກຄົນອອກໄປຈາກຫ້ອງ; ແລ້ວເພິ່ນໄດ້ຄຸເຂົ່າລົງ ແລະ ອະທິຖານ. ເພິ່ນຫັນໄປຫາຍິງທີ່ຕາຍແລ້ວນັ້ນ, ເພິ່ນເວົ້າວ່າ, “ຕາບີທາ, ຈົ່ງລຸກຂຶ້ນ”. ນາງກໍມືນຕາ ແລະ ເມື່ອເຫັນເປໂຕນາງກໍລຸກຂຶ້ນນັ່ງ.
ຂໍໃຫ້ຄຳສັນລະເສີນຈົ່ງມີແກ່ພຣະເຈົ້າຄືພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ໃຫ້ພອນໃນສະຫວັນສະຖານໃຫ້ແກ່ພວກເຮົາດ້ວຍພຣະພອນຝ່າຍວິນຍານທຸກຢ່າງໃນພຣະຄຣິດເຈົ້າ.
ຜູ້ເປັນທີ່ມາຂອງທຸກຄອບຄົວໃນສະຫວັນ ແລະ ເທິງແຜ່ນດິນໂລກກໍມາຈາກນາມນັ້ນ.
ເພື່ອທຸກຫົວເຂົ່າໃນສະຫວັນ ແລະ ເທິງແຜ່ນດິນໂລກ ແລະ ໃຕ້ແຜ່ນດິນໂລກຈະຄຸເຂົ່າລົງຕໍ່ນາມຂອງພຣະເຢຊູເຈົ້າ,