Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພວກເຈົ້າ​ຢ່າ​ໄດ້​ທໍ້ຖອຍໃຈ​ຍ້ອນ​ຄວາມທຸກຍາກລໍາບາກ​ຂອງ​ເຮົາ​ເພື່ອ​ພວກເຈົ້າ, ເຊິ່ງ​ເປັນ​ກຽດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.

Uka jalj uñjjattʼäta Copia luraña




ເອເຟໂຊ 3:13
14 Jak'a apnaqawi uñst'ayäwi  

ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ຖ້າ​ພວກເຮົາ​ທົນທຸກ, ການທົນທຸກ​ນັ້ນ​ກໍ​ເພື່ອ​ການເລົ້າໂລມໃຈ ແລະ ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ, ຖ້າ​ພວກເຮົາ​ໄດ້ຮັບ​ການ​ເລົ້າໂລມໃຈ ກໍ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການເລົ້າໂລມໃຈ ເຊິ່ງ​ສົ່ງ​ຜົນ​ໃຫ້​ພວກເຈົ້າ​ມີ​ຄວາມພຽນ​ອົດທົນ​ໃນ​ຄວາມທຸກລຳບາກ​ຢ່າງດຽວ​ກັບ​ທີ່​ພວກເຮົາ​ທົນທຸກ​ຢູ່.


ເຫດສະນັ້ນ ເພາະ​ໂດຍ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ພວກເຮົາ​ມີ​ພັນທະກິດ​ນີ້, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ​ໃຈ.


ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.


ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຄວນ​ຈະ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ເຮົາ​ດ້ວຍ.


ບັດນີ້ ເຮົາ​ມີ​ຄວາມຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ແລະ ເຮົາ​ກຳລັງ​ເຕີມ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ທີ່​ຍັງ​ຂາດ​ຢູ່​ໃຫ້​ເຕັມ​ໃນ​ຮ່າງກາຍ​ຂອງ​ເຮົາ ເພື່ອ​ເຫັນ​ແກ່​ກາຍ​ຂອງ​ພຣະອົງ​ຄື​ຄຣິສຕະຈັກ.


ແລະ ສຳລັບ​ພວກເຈົ້າ​ນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ອິດເມື່ອຍ​ທີ່​ຈະ​ເຮັດ​ສິ່ງ​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka