ເອເຟໂຊ 2:3 - ພຣະຄຳພີລາວສະບັບສະໄໝໃໝ່3 ຄັ້ງໜຶ່ງ ພວກເຮົາທຸກຄົນກໍເຄີຍດໍາເນີນຊີວິດຢູ່ໃນທ່າມກາງຄົນເຫລົ່ານັ້ນ, ເຊິ່ງເປັນການສະໜອງຕັນຫາຂອງເນື້ອໜັງຂອງພວກເຮົາ ແລະ ປະຕິບັດຕາມຄວາມປາຖະໜາ ແລະ ຕາມຄວາມຄິດຂອງເນື້ອໜັງນັ້ນ. ພວກເຮົາຈຶ່ງສົມຄວນໄດ້ຮັບຄວາມໂກດຮ້າຍເໝືອນກັບຄົນອື່ນ. Uka jalj uñjjattʼätaພຣະຄຳພີສັກສິ3 ແທ້ຈິງແລ້ວ, ພວກເຮົາທຸກຄົນເຄີຍດຳເນີນຊີວິດເໝືອນດັ່ງຄົນເຫຼົ່ານັ້ນ ຄືໄດ້ດຳເນີນຊີວິດຕາມກິເລດຕັນຫາທີ່ເຮົາຕ້ອງການ ຄືປະຕິບັດຕາມສິ່ງທີ່ຮ່າງກາຍແລະຈິດໃຈຂອງຕົນເອງປາຖະໜາຕາມສັນດານ ພວກເຮົາສົມຄວນຖືກພຣະເຈົ້າລົງໂທດເໝືອນດັ່ງຄົນອື່ນ. Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.