Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ໃນ​ພຣະອົງ​ອາຄານ​ທັງໝົດ​ກໍ​ຖືກ​ເຊື່ອມຕໍ່​ເຂົ້າກັນ ແລະ ຖືກ​ຍົກຂຶ້ນ​ເພື່ອ​ເປັນ​ວິຫານ​ອັນ​ສັກສິດ​ໃນ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ໃນ​ພຣະອົງ​ນັ້ນ, ທຸກ​ສ່ວນ​ຂອງ​ໂຄງຮ່າງ ກໍ​ຕິດ​ຕໍ່​ເຊື່ອມ​ສະໜິດ​ກັນ​ໂດຍ​ດີ ແລະ​ຈະເລີນ​ຂຶ້ນ​ເປັນ​ວິຫານ​ອັນ​ສັກສິດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:21
12 Jak'a apnaqawi uñst'ayäwi  

ເພາະ​ພວກເຮົາ​ເປັນ​ຜູ້​ຮ່ວມ​ກັນ​ທຳງານ​ໃນ​ການຮັບໃຊ້​ຂອງ​ພຣະເຈົ້າ; ພວກເຈົ້າ​ທັງຫລາຍ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ, ເປັນ​ຕຶກ​ຂອງ​ພຣະເຈົ້າ.


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ພວກເຂົາ​ໄດ້​ສູນເສຍ​ການເຊື່ອມຕໍ່​ກັບ​ຫົວ ເຊິ່ງ​ຮ່າງກາຍ​ທັງໝົດ​ກໍ​ໄດ້​ຮັບ​ການ​ບຳລຸງລ້ຽງ ແລະ ປະສານ​ເຂົ້າ​ກັນ​ໄວ້​ດ້ວຍ​ຂໍ້ ແລະ ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ເຕີບໂຕ​ຂຶ້ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ຈະເລີນ​ເຕີບໂຕ​ຂຶ້ນ.


ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka