Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ພຣະອົງ​ໄດ້​ມາ ແລະ ໄດ້​ປະກາດ​ສັນຕິສຸກ​ແກ່​ພວກເຈົ້າ​ທັງຫລາຍ​ທີ່​ຢູ່​ໄກ ແລະ ແກ່​ບັນດາ​ຜູ້​ທີ່​ຢູ່​ໃກ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ສະເດັດ​ມາ ແລະ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ແກ່​ທຸກຄົນ​ຄື: ແກ່​ພວກເຈົ້າ​ຄົນຕ່າງຊາດ​ຜູ້​ທີ່​ຢູ່​ຫ່າງໄກ​ຈາກ​ພຣະເຈົ້າ ແລະ​ປະກາດ​ສັນຕິສຸກ​ແກ່​ຄົນ​ຜູ້​ທີ່​ຢູ່​ໃກ້​ພຣະອົງ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:17
22 Jak'a apnaqawi uñst'ayäwi  

ຖ້າ​ເຮືອນ​ນັ້ນ​ຕ້ອນຮັບ​ພວກເຈົ້າ​ຢ່າງ​ດີ ກໍ​ຂໍ​ໃຫ້​ສັນຕິສຸກ​ຂອງ​ພວກເຈົ້າ​ຢູ່​ກັບ​ເຮືອນ​ນັ້ນ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ, ສັນຕິສຸກ​ນັ້ນ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກເຈົ້າ.


“ຫລື ສົມມຸດ​ວ່າ​ຍິງ​ຄົນ​ໜຶ່ງ​ມີ​ຫລຽນ​ເງິນ​ຢູ່​ສິບ​ຫລຽນ ແລະ ເສຍ​ໄປ​ໜຶ່ງ​ຫລຽນ. ນາງ​ຈະ​ບໍ່​ໄຕ້​ຕະກຽງ, ກວາດ​ເຮືອນ ແລະ ຄົ້ນຫາ​ຢ່າງ​ຄັກແນ່​ຈົນ​ກວ່າ​ນາງ​ຈະ​ພົບ​ຫລຽນ​ນັ້ນ​ບໍ?


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ສັນຍາ​ນີ້​ມີ​ໄວ້​ເພື່ອ​ພວກທ່ານ​ທັງຫລາຍ ແລະ ລູກຫລານ​ຂອງ​ພວກທ່ານ ຕະຫລອດ​ຈົນ​ຄົນ​ທັງປວງ​ທີ່​ຢູ່​ຫ່າງ​ໄກ ຄື​ທຸກຄົນ​ທີ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ​ຈະ​ເອີ້ນ”.


ແຕ່​ຜູ້​ທີ່​ຍັງ​ບໍ່​ເຊື່ອ​ຈະ​ຮ້ອງຫາ​ພຣະອົງ​ໄດ້​ຢ່າງໃດ? ແລະ ຜູ້​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງໃດ? ແລະ ຖ້າ​ບໍ່​ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ໄດ້​ຢ່າງໃດ?


ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,


ເຫດສະນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດເຈົ້າ ເໝືອນ​ກັບ​ວ່າ ພຣະເຈົ້າ​ເຮັດ​ຂໍ້ຮຽກຮ້ອງ​ຂອງ​ພຣະອົງ​ຜ່ານທາງ​ພວກເຮົາ. ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດເຈົ້າ​ວ່າ: ຈົ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ.


ເມື່ອ​ພວກເຈົ້າ​ໄດ້​ຍິນ​ເລື່ອງ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka