Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເພາະ​ພຣະອົງ​ເອງ​ເປັນ​ສັນຕິສຸກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ເຂົ້າ​ເປັນ​ກາຍ​ດຽວກັນ ແລະ ທຳລາຍ​ສິ່ງກີດຂວາງ ຄື​ກຳແພງ​ແຫ່ງ​ການແບ່ງແຍກ​ຂອງ​ສັດຕູ​ນັ້ນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເພາະວ່າ​ພຣະອົງ​ຊົງ​ເປັນ​ອົງ​ສັນຕິສຸກ​ຂອງ​ເຮົາ​ທັງຫລາຍ ຄື​ເປັນ​ຜູ້​ຊົງ​ກະທຳ​ໃຫ້​ທັງສອງ​ຝ່າຍ ເຂົ້າ​ເປັນ​ພວກ​ດຽວກັນ ພຣະອົງ​ໄດ້​ຊົງ​ຮື້​ກຳແພງ​ທີ່​ຂັ້ນ ລະຫວ່າງ​ການ​ເປັນ​ສັດຕູ​ກັນ​ນັ້ນ​ຖິ້ມ​ເສຍ ດ້ວຍ​ພຣະກາຍ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:14
28 Jak'a apnaqawi uñst'ayäwi  

ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.


ແລະ ບໍ່​ພຽງ​ແຕ່​ຊົນຊາດ​ນີ້​ເທົ່ານັ້ນ​ແຕ່​ຍັງ​ຕາຍ​ເພື່ອ​ລູກ​ຂອງ​ພຣະເຈົ້າ​ທີ່​ກະຈັດກະຈາຍ​ຢູ່, ເພື່ອ​ນໍາ​ພວກເຂົາ​ເຂົ້າ​ມາ​ຮວມ​ກັນ​ເປັນ​ອັນໜຶ່ງອັນດຽວກັນ.


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,


ບໍ່​ມີ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ, ຊາຍ ຫລື ຍິງ, ເພາະ​ພວກເຈົ້າ​ທັງໝົດ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ພຣະຄຣິດເຈົ້າເຢຊູ.


ໂດຍ​ການ​ຍົກເລີກ​ກົດບັນຍັດ​ພ້ອມ​ກັບ​ຄຳສັ່ງ ແລະ ກົດລະບຽບ​ຕ່າງໆ​ດ້ວຍ​ຮ່າງກາຍ​ຂອງ​ພຣະອົງ. ຈຸດປະສົງ​ຂອງ​ພຣະອົງ​ກໍ​ເພື່ອ​ສ້າງຂຶ້ນ​ໃຫ້​ເປັນ​ມະນຸດ​ໃໝ່​ຄົນ​ດຽວ​ກັນ​ໃນ​ພຣະອົງ​ເອງ​ໂດຍ​ບໍ່​ມີ​ສອງ​ຝ່າຍ, ດັ່ງນັ້ນ​ຈຶ່ງ​ເປັນ​ການສ້າງ​ສັນຕິສຸກ,


ພຣະອົງ​ໄດ້​ມາ ແລະ ໄດ້​ປະກາດ​ສັນຕິສຸກ​ແກ່​ພວກເຈົ້າ​ທັງຫລາຍ​ທີ່​ຢູ່​ໄກ ແລະ ແກ່​ບັນດາ​ຜູ້​ທີ່​ຢູ່​ໃກ້.


ຜູ້​ເປັນ​ທີ່ມາ​ຂອງ​ທຸກ​ຄອບຄົວ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ກໍ​ມາ​ຈາກ​ນາມ​ນັ້ນ.


ຈາກ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ໄດ້​ເຊື່ອມຕໍ່ ແລະ ຕິດ​ເຂົ້າກັນ​ໂດຍ​ເສັ້ນເອັນ​ທຸກ​ເສັ້ນ, ຈຶ່ງ​ເຕີບໃຫຍ່​ຂຶ້ນ ແລະ ເສີມສ້າງ​ຕົນ​ເອງ​ຂຶ້ນ​ໃນ​ຄວາມຮັກ, ຂະນະ​ທີ່​ແຕ່​ລະ​ສ່ວນ​ເຮັດ​ໜ້າທີ່​ຂອງ​ຕົນ.


ແລະ ໂດຍ​ພຣະອົງ​ນັ້ນ​ຈະ​ໃຫ້​ທຸກສິ່ງ​ຄືນດີ​ກັບ​ພຣະອົງ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ເທິງ​ແຜ່ນດິນໂລກ ຫລື ໃນ​ສະຫວັນ, ພຣະອົງ​ຈະ​ເຮັດ​ໃຫ້​ມີ​ສັນຕິພາບ​ເກີດ​ຂຶ້ນ​ໂດຍ​ຜ່ານທາງ​ໂລຫິດ​ຂອງ​ພຣະອົງ​ທີ່​ຫລັ່ງໄຫລ​ເທິງ​ໄມ້ກາງແຂນ.


ໃນ​ເມື່ອ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ ພົ້ນ​ຈາກ​ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ເປັນ​ຂອງ​ຝ່າຍ​ໂລກ, ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດເກນ​ເຫລົ່ານີ້​ທີ່​ວ່າ:


ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່​ພຣະຄຣິດເຈົ້າ​ເປັນ​ທຸກສິ່ງ ແລະ ຢູ່​ໃນ​ທຸກຄົນ.


ຈົ່ງ​ໃຫ້​ສັນຕິສຸກ​ຂອງ​ພຣະຄຣິດເຈົ້າ​ປົກຄອງ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເພາະ​ພຣະເຈົ້າ​ເອີ້ນ​ພວກເຈົ້າ​ມາ​ເປັນ​ອະໄວຍະວະ​ຂອງ​ກາຍ​ດຽວ​ກັນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ສັນຕິສຸກ​ນີ້ ແລະ ຈົ່ງ​ມີ​ໃຈ​ຂອບພຣະຄຸນ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.


ແລະ ອັບຣາຮາມ​ໄດ້​ຖວາຍ​ໜຶ່ງສວ່ນສິບ​ຈາກ​ສິ່ງຂອງ​ທັງໝົດ​ໃຫ້​ແກ່​ເພິ່ນ. ປະການ​ທຳອິດ, ເມຄີເຊເດັກ​ມີ​ຄວາມຫມາຍ​ວ່າ “ກະສັດ​ແຫ່ງ​ຄວາມຊອບທຳ” ແລະ ປະການ​ຕໍ່ມາ, “ກະສັດ​ແຫ່ງ​ຊາເລັມ” ກໍ​ໝາຍ​ເຖິງ “ກະສັດ​ແຫ່ງ​ສັນຕິສຸກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka