Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 2:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຫດສະນັ້ນ, ຈົ່ງ​ລະນຶກ​ວ່າ​ແຕ່ກ່ອນ​ພວກເຈົ້າ​ເຄີຍ​ເປັນ​ຄົນຕ່າງຊາດ​ໂດຍ​ກຳເນີດ ແລະ ເປັນ​ບັນດາ​ຜູ້​ທີ່​ເອີ້ນ​ຕົນເອງ​ວ່າ “ຝ່າຍ​ຮັບ​ພິທີຕັດ” (ເຊິ່ງ​ໄດ້​ເຮັດ​ໃນ​ຮ່າງກາຍ​ດ້ວຍ​ມື​ມະນຸດ) ເອີ້ນ​ພວກເຈົ້າ​ວ່າ “ຝ່າຍ​ບໍ່​ຮັບ​ພິທີຕັດ”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເຫດສະນັ້ນ ພວກເຈົ້າ​ຜູ້​ທີ່​ບໍ່​ເປັນ​ຄົນ​ຢິວ​ແຕ່​ເກີດ ຄື​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຝ່າຍ​ບໍ່​ຮັບ​ພິທີຕັດ” ໂດຍ​ຄົນ​ຢິວ​ຜູ້​ທີ່​ເອີ້ນ​ຕົນເອງ​ວ່າ, “ຝ່າຍ​ຮັບ​ພິທີຕັດ” ຈົ່ງ​ຈົດຈຳ​ໄວ້​ວ່າ​ໃນ​ອະດີດ​ນັ້ນ ພວກເຈົ້າ​ໄດ້​ເປັນ​ຄົນ​ຢ່າງ​ໃດ.

Uka jalj uñjjattʼäta Copia luraña




ເອເຟໂຊ 2:11
29 Jak'a apnaqawi uñst'ayäwi  

“ພວກເຂົາ​ຕອບ​ວ່າ, ‘ເພາະ​ບໍ່​ມີ​ຜູ້ໃດ​ຈ້າງ​ພວກເຮົາ’. “ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດວຽກ​ຢູ່​ໃນ​ສວນອະງຸ່ນ​ຂອງ​ຂ້ອຍ​ເໝືອນກັນ’.


ຖ້າ​ກິ່ງກ້ານ​ບາງ​ສ່ວນ​ຖືກ​ຫັກ​ອອກ​ໄປ ແລະ ເຖິງແມ່ນ​ເຈົ້າ​ຈະ​ເປັນ​ໜໍ່​ຂອງ​ຕົ້ນໝາກກອກ​ປ່າ ເຈົ້າ​ກໍ​ຖືກ​ນຳມາ​ຕໍ່ເຂົ້າ​ໃນ​ທ່າມກາງ​ກິ່ງ​ອື່ນໆ, ແລະ ບັດນີ້ ເຈົ້າ​ກໍ​ໄດ້​ຮັບ​ນ້ຳ​ຫລໍ່ລ້ຽງ​ຈາກ​ຮາກ​ຕົ້ນໝາກກອກເທດ​ນັ້ນ,


ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ຕາມ​ຂໍ້ກຳນົດ​ຂອງ​ກົດບັນຍັດ ຈະ​ຖື​ວ່າ​ພວກເຂົາ​ໄດ້​ຮັບພິທີຕັດ​ແລ້ວ​ບໍ່​ແມ່ນ​ບໍ?


ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.


ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ເມື່ອ​ພວກເຈົ້າ​ຍັງ​ບໍ່​ເຊື່ອ​ພຣະເຈົ້າ​ນັ້ນ, ໂດຍ​ທາງ​ໃດ​ໜຶ່ງ ຫລື ໂດຍ​ທາງ​ອື່ນໆ ພວກເຈົ້າ​ໄດ້​ຖືກ​ຊັກຈູງ ແລະ ຖືກ​ນຳ​ໃຫ້​ຫລົງຜິດ​ໄປ​ເພິ່ງ​ຮູບເຄົາລົບ​ທີ່​ປາກ​ບໍ່​ເປັນ.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


“ພວກເຮົາ​ຜູ້​ທີ່​ເປັນ​ຄົນຢິວ​ໂດຍ​ກຳເນີດ ແລະ ບໍ່​ແມ່ນ​ຄົນຕ່າງຊາດ​ທີ່​ມີ​ບາບ


ບັນດາ​ຜູ້​ທີ່​ຢາກ​ສ້າງ​ຄວາມປະທັບໃຈ​ຕໍ່​ຄົນ​ໂດຍ​ທາງ​ເນື້ອໜັງ ກໍ​ກຳລັງ​ພະຍາຍາມ​ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ. ເຫດຜົນ​ດຽວ​ທີ່​ພວກເຂົາ​ເຮັດ​ຢ່າງນີ້ ກໍ​ເພື່ອ​ຫລີກເວັ້ນ​ບໍ່​ໃຫ້​ຕົນເອງ​ຖືກ​ຂົ່ມເຫັງ​ເພາະ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ຄັ້ງໜຶ່ງ ພວກເຈົ້າ​ທັງຫລາຍ​ເຄີຍ​ຖືກ​ຕັດຂາດ​ຈາກ​ພຣະເຈົ້າ ແລະ ເປັນ​ສັດຕູ​ກັບ​ພຣະອົງ​ທາງ​ດ້ານ​ຈິດໃຈ​ເພາະ​ພຶດຕິກຳ​ຊົ່ວຮ້າຍ​ຂອງ​ພວກເຈົ້າ.


ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,


ເມື່ອ​ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ຄວາມບາບ​ຂອງ​ພວກເຈົ້າ ແລະ ໃນ​ການ​ບໍ່​ໄດ້​ຮັບພິທີຕັດ​ຝ່າຍ​ເນື້ອກາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ, ພຣະອົງ​ໃຫ້​ອະໄພ​ຄວາມບາບ​ທັງໝົດ​ຂອງ​ພວກເຮົາ,


ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່​ພຣະຄຣິດເຈົ້າ​ເປັນ​ທຸກສິ່ງ ແລະ ຢູ່​ໃນ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka